ໃນເມື່ອບໍ່ດົນນີ້ ພະນັກງານວິຊາການຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ລົງນໍາພາປະຊາຊົນບ້ານກອງປະທຸມວັນ ແລະ ບ້ານທ່າຄໍາເຫຼື້ອມ ເຮັດຄັນຄູກັ້ນນໍ້າທີ່ເຊຊໍາຊອຍ ເພື່ອກັກເກັບນໍ້າໄວ້ສະໜອງການຜະລິດ ແລະ ຊົມໃຊ້ຂອງປະຊາຊົນ ເຊິ່ງມີຢູ່ 2 ຈຸດ. ຈຸດທີ 1 ແມ່ນຢູ່ເຂດບ້ານກອງປະທຸມວັນ ໂດຍການຊີ້ນໍາຂອງວິຊາການຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ສົມທົບກັບອໍານາດການປົກຄອງ ແລະ ປະຊາຊົນ ຈໍານວນ 100 ຄົນ. ການເຮັດຄັນຄູກັນນໍ້າດັ່ງກ່າວນີ້ ແມ່ນມີຄວາມຍາວ 45 ແມັດ, ກວ້າງ 2 ແມັດ, ສູງ 1 ແມັດ, ເຊິ່ງປະຊາຊົນໄດ້ນໍາໃຊ້ກະເປົ້າ 1,500 ໜ່ວຍ, ເພື່ອຕັນນໍ້າໄວ້ສະໜອງການຜະລິດ ແລະ ຊົມໃຊ້ ແລະ ຈຸດທີ 2 ແມ່ນຢູ່ເຂດບ້ານທ່າຄໍາເຫຼື້ອມ ເຊິ່ງມີພໍ່ແມ່ປະຊາຊົນມີຄວາມສາມັກຄີກັນໃນການເຮັດຄັນຄູກັນນໍ້າ ຈໍານວນ 150 ຄົນ, ຊຶ່ງມີຄວາມຍາວ 70 ແມັດ, ກ້ວາງ 2 ແມັດ, ສູງ 1 ແມັດ, ປະຊາຊົນໄດ້ພາກັນນໍາໃຊ້ກະເປົ້າ 2000 ໜ່ວຍ. ເພື່ອເກັບນໍ້າໄວ້ສະໜອງການຜະລິດ ແລະ ຊົມໃຊ້ພາຍໃນບ້ານ.
ຈຸດປະສົງໃນການເຮັດຄັນຄູກັນນໍ້າໃນເຂດບ້ານດັ່ງກ່າວນີ້ ກໍ່ເພື່ອກັກເກັບນໍ້າໄວ້ສະໜອງການຜະລິດໃນລະດູແລ້ງ ເພາະປະຊາຊົນໃນເຂດນີ້ແມ່ນຢືດຖືການປູກເຂົ້ານາແຊງ ແລະ ປູກພືດສໍາຮອງລະດູແລ້ງ ໂດຍສ່ວນໃຫ່ຍແມ່ນນໍ້າໃຊ້ ເຊິ່ງອາໃສແຫຼ່ງນໍ້າຈາກນໍ້າເຊເຂົ້າໃນການຜະລິດ ແລະ ທັງນີ້ ກໍເພື່ອຮັບປະກັນການຂາດເຂີນນໍ້າໃຊ້ຂອງປະຊາຊົນໃນຊ້ວງລະດູແລ້ງນຳອີກດ້ວຍ.
Editor: ນັກຂ່າວເມືອງຊົນນະບູລີ