ໜຸ່ມມຽນມາ ຖືກເຈົ້າຫນ້າທີຈັບຢູ່ແຂວງບໍ່ແກ້ວ ໃນວັນທີ 12 ກຸມພາ 2018 ນີ້ ຊຶ່ງຂ່າວໃຫ້ຮູ້ວ່າໃນລະຫວ່າງ ທີ່ເຈົ້າຫນ້າທີ່ທະຫານ ຄໍ 122 (ຫນຶ່ງສອງສອງ) ປະຈໍາ ບ້ານມອມ, ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ເຄື່ອນໄຫວລາດຕະເວນຕາມຊາຍແດນແມ່ນຳ້ຂອງ ລາວ-ມຽນມາ ໄດ້ພົບເຫັນ ຊາຍ 2 ຄົນ ທ່າທາງມີພິລຸດຈຶ່ງໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງເຂົ້າຈັບຕົວໄດ້ໜື່ງຄົນ ສ່ວນອີີກໜຶ່ງຄົນແມ່ນໄດ້ເອົາຕົວລົບໜີ ຈາກນັ້ນ, ທາງເຈົ້າໜ້າທີ່ຂອງພວກເຮົາ ກໍ່ໄດ້ກວດກາບໍລິເວນໃກ້ຄຽງ ແລະ ໄດ້ພົບເຫັນຢາເສບຕິດປະເພດຢາບ້າຈຳນວນ 150 ມັດ ເທົ່າກັບ 300.000 ເມັດ (ສາມແສນເມັດ).
ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງນຳຕົວຜູ້ກ່ຽວມາດຳເນີນການ ສືບສວນ-ສອບສວນ ຈຶ່ງໄດ້ຮູ້ວ່າ: ຜູ້ກ່ຽວຊື່ ທ້າວ ຈ່າພະ ອາຍຸ 19 ປີ ອາຊີບເຮັດນາ ຢູ່ບ້ານປຸ່ງ ເມືອງທ່າຂີ້ເຫຼັກ ແຂວງຈຽງຕຸງ (ປະເທດມຽນມາ). ຜ່ານການສືບສອນ-ສອບສວນ ໃນເບື້ອງຕົ້ນ ຜູ້ກ່ຽວຮັບສາລະພາບ ວ່າ: ຢາບ້າຈຳນວນດັ່ງກ່າວບໍ່ແມ່ນຂອງຜູ້ກ່ຽວ ແຕ່ຮັບຈ້າງຂົນສົ່ງຈາກຝັ່ງປະເທດເພື່ອນບ້ານຂ້າມມາສົ່ງໃຫ້ຂະບ່ວນການຄ້າ-ຂາຍຢາເສບຕິດຢູ່ຝັງລາວ ສ່ວນເງິນຄ່າຂົນສົ່ງເຂົາຈະໃຫ້ເທົ່າໃດແມ່ນບໍ່ຮູ້ ປັດຈຸບັນເຈົ້າຫນ້າທີ່ຂອງພວກເຮົາ ຈຶ່ງໄດ້ກັກຕົວຜູ້ກ່ຽວໄວ້ເພື່ອທຳການ ສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງ ຄ້າ-ຂາຍ ຢາເສບຕິດລາຍນີ້ມາດຳເນີນຄະດີ ຕາມລະບຽບກົດໝາຍຕໍ່ໄປ.
Editor: ນັກຂ່າວແຂວງບໍ່ແກ້ວ