ພິທີຖະແຫລງຂ່າວກຽມເປີີດງານວາງສະແດງ ຜະລິດຕະພັນລາວ 2018 Made in Laos 2018, ຄັ້ງທີ 5 ນີ້ ຊຶ່ງຈະໄດ້ຈັດຂື້ນໃນວັນ 14-18 ມີນາ ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ), ໃນໂອກາດນີ້, ທ່ານນາງ ຈັນທະຈອນ ວົງໄຊ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ງານນີ້ຈັດຂຶ້ນຄັ້ງທຳອິດ ແມ່ນ ປີ 2011 ແລະ ໃນຄັ້ງນີ້ ກໍເປັນ ຄັ້ງທີ 5, ເຊິ່ງໄດ້ລະດົມຂົນຂວາຍ ຜູ້ປະກອບການ, ຜູ້ຜະລິດສິນຄ້າ ໃນທຸກຂະແໜງການ ໃນທົ່ວປະເທດ ລວມເຖິງທຸລະກິດ ທີ່ຢູ່ໃນເຂດເສດຖະກິດພິເສດ ເພື່ອນຳເອົາຜະ ລິດຕະພັນ ເປັນເອກະລັກ ທັງໝົດ 18 ແຂວງໃນລາວ ມາວາງສະແດງ, ໂຄສະນາ ແລະ ຈຳໜ່າຍ ຫລາຍກ່ວາ250 ຫ້ອງວາງສະແດງ ເພື່ອແນໃສ່ ຍົກລະດັບການຜະລິດ-ການຈຳໜ່າຍພາຍໃນ ໃຫ້ນັບມື້ ນັບຂະຫຍາຍຕົວ, ມີຄຸນນະພາບ, ໄດ້ມາດຕະຖານ ແລະ ກ້າວເຂົ້າສູ່ລະດັບສາກົນ ແລະ ເປັນການສ້າງຄວາມພູມໃຈ ຕໍ່ສິນຄ້າ-ຜະລິດຕະພັນ ທີ່ຜະລິດໃນລາວ ແລະ ມັນກໍເປັນກິດຈະກຳໜຶ່ງ ຂອງພາກສ່ວນທຸລະກິດ ເພື່ອສະໜັບສະໜູນ ປີທ່ອງທ່ຽວລາວ 2018 ໃນການດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນ ເຂົ້າມາລາວ ໃຫ້ນັບມື້ນັບຫລາຍຂຶ້ນ.
ພ້ອມນັ້ນ, ໃນປີນີ້ ຈະພິເສດກ່ວາປີທີ່ຜ່ານມາ ກໍຄື ທາງສະມາຄົມທີ່ຈັດງານ ແມ່ນໄດ້ເນັ້ນເອົາ ຜະລິດຕະພັນລາວ ເປັນຈຸດດຶງດູດ ໃນການສ້າງເປັນ ກາຫມາຍ ຂອງລາວເອງ ກໍຄື ຊາ ແລະ ເຂົ້າໄກ່ນ້ອຍ, ເຊິ່ງຄາດວ່າ ປີນີ້ ຈະສາມາດດຶງດູດ ບັນດາຫ້າງຮ້ານ ແລະ ຜູ້ມາທ່ຽວຊົມ ໄດ້ຫລາຍກ່ວາປີຜ່ານມາ.
Editor: ຕະວັນ ແສງສະຫວັນ