ງານບຸນປະເພນີຂອງເຜົ່າກະຕູ ບ້ານກັນດອນໄໝ່ ເມືອງທ່າແຕງ ແຂວງເຊກອງ ປີນີ້ຈະແຕກຕ່າງກ່ວາປີຜ່ານມາ ເນື່ອງຈາກປີ 2018 ນີ້ແມ່ນປີທ່ອງທ່ຽວລາວ ໂດຍປະຈຸບັນຄະນະພັກ, ອໍານາດການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນ ໄດ້ກະກຽມຄວາມພ້ອມ ດ້ວຍຄວາມຮັບຜິດຊອບສູງ.
ທ່ານ ວີພັດ ແສງມະນີ ເລຂາຄະນະພັກຮາກຖານ ບ້ານກັນດອນໄໝ່ ໄດ້ໃຫ້ຮູ້ວ່າ: ງານບຸນປະເພນີບ້ານກັນດອນໄໝ່ ເຄີຍປະຕິບັດກັນມາໄດ້ຫຼາຍປີຕາມປະເພນີຂອງເຜົ່າ ໂດຍມີຫຼາຍກິດຈະກໍາໃນການຄົບງັນເຊັ່ນ: ການສະແດງສິລະປະ ປະເພດຟ້ອນເຄນ, ຟ້ອນງ້າວ ແລະ ຂັບລໍາອື່ນໆຫຼາກຫຼາຍສີສັນທີ່ເປັນເອກກະລັກຂອງເຜົ່າທີ່ໄດ້ເຄີຍປະຕິບັດກັນມາແຕ່ດັ້ງເດີມ ເພື່ອສ້າງບັນຍາກາດສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ນີ້ໃຫ້ເບີກບານມ່ວນຊື່ນ ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ອງທ່ຽວໃນງານບຸນປະເພນີໃນຄັ້ງນີ້ ຈິ່ງໄດ້ກໍານົດໃຫ້ມີກິດຈະກໍາຕື່ມອີກໂດຍສະເພາະການວາງສະແດງສິນຄ້າປະເພດວັດຖຸພັນ, ຫັດຖະກໍາຈັກສານ ແລະ ຫັດຖະກໍາຕໍ່າແຜ່ນໄປພ້ອມໆກັບອາຫານພື້ນບ້ານປະເພດ: ເຂົ້າໃບແຂມ, ເຂົ້າແດກງາ ແລະ ຫຼາມໄກ່ລາດ ເຊິ່ງງານບຸນດັ່ງກ່າວແມ່ນຈັດຂຶ້ນ 2 ມື້ ຄື: ວັນທີ 5 ຫາ ວັນທີ 6 ມີນາໂດຍຕິດພັນກັບຄວາມສະອາດ ແລະ ຄວາມສະຫົງບສຸກເປັນພື້ນຖານ.
Editor: ສິງຫາ ເລືອງວັນ