ທີ່ສະມາຄົມນັກຂ່າວ ແຫ່ງ ສປປລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຮ່ວມກັບ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍການສະໜັບສະໜູນຈາກພາກສ່ວນທຸລະກິດ ໄດ້ຈັດພິທີຖະແຫລງຂ່າວ ການຈັດງານ ວາງສະແດງສີນຄ້າ ພະລິດຕະພັນລາວ ຫຼື Made in laos 2018 ຂື້ນ ນໍາໂດຍທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ໄຊສົມເພັດ ນໍລະສິງ ຫົວຫນ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນຈາກຫຼາຍຂະແໜງການເຂົ້າຮ່ວມ.
ເພື່ອເປັນການ ພັດທະນາເສດຖະກິດ-ສັງຄົມ, ຊຸກຍູ້ສົ່ງເສີມ ການພະລິດເປັນສີນຄ້າ ສ້ງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ ແລະ ສ້າງກິດຈະກິດໃນປີທ່ອງທ່ຍວລາວ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ຮ່ວມກັບ ກົມສົ່ງເສີມການຄ້າ, ສະມາຄົມ, ກຸ່ມທຸລະກິດ ແລະ ສູນການຄ້າລາວ - ໄອເຕັກ ຈະໄດ້ງານວາງສະແດງ ພະລິດຕະພັນລາວ ຫຼື Made in laos 2018 ຂື້ນ ໃນວັນທີ 14 – 18 ມີນາ 2018 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ເພື່ອແນໃສ່ຍົກລະດັບການພະລິດ ແລະ ການຈໍາໜ່າຍ ພາຍໃນໃຫ້ນັບມື້ນັບຂະຫຍາຍຕົວ, ມີຄຸນນະພາບ, ໄດ້ມາດຕາຖານ ແລະ ກ້າວສູລະດັບສາກົນ.
ພາຍໃນງານ ແມ່ນຈະມີການ ວາງສະແດງ ແລະ ຈໍາໜ່າຍສີນຄ້າເຊັ່ນ: ຫັດຖະກໍາ, ອຸດສາຫະກໍາ, ອັນຍະມະນີ, ເຟີນີເຈີ້, ຕັດຫຍີບ, ການຢາ, ທ່ອງທ່ຽວ ແລະ ກາບໍລິການ ລວມທັງສີນຄ້າໜຶ່ງເມືອງໜຶ່ງພະລິດຕະພັນ ຫຼື ໂອດ໋ອບຂອງລາວ ຫລາຍກວ່າ 250 ຫ້ອງ, ນອກນັ້ນພາຍໃນງານ ຍັງຈະມີການຈັດ ກອງປະຊຸມສາມມະນາ ໃນວັນທີ 14 – 17 ມີນາ 2018 ເຊິ່ງຈະໄດ້ເຊື້ອເຊີນເອົາ ຜູ້ບັນຍາຍທີ່ມີປະສົບການ ທັງພາຍໃນ - ຕ່າງປະເທດ ແລະ ຄາດວ່າຈະມີຜູ້ເຂົ້າຮ່ວມ 500 ກວ່າຄົນ, ການສໍາມະນາແມ່ນມີຫຼາຍຫົວຂໍ້ທີ່ຫນ້າສົນໃຈເຊັ່ນ: ການລິເລີ່ມດໍາເນີນທຸລະກິດ ໃນ ສປປລາວ, ການສ້າງຄວາເຂັ້ມແຂງໃຫ້ແກ່ ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ, ພ້ອມທັງມີການແຂ່ງຂັນ ຊິງລາງວັນ ນະວັດຕະກໍາ ພະລິດຕະພັນລາວ ເພື່ອໃຫ້ຄວາມຮູ້ແກ່ຜູ້ພະລິດ ແລະ ຜູ້ຂາຍ ອີກດ້ວຍ.
ສໍາລັບທ່ານໃດ ທີ່ສົນໃຈກໍ່ສາມາດເຂົ້າຮ່ວມກອງປະຊຸມສໍາມະນາຄັ້ງນີ້ໄດ້.
Editor: ສິງຫາ ເລືອງວັນ