ທ້າຍອາທິດຜ່ານມາ ຜ່ານມານີ້໋ ຢູ່ທີ່ ເດີນບິນເກົ່າ ເມືອງວັງວຽງ ແຂວງວຽງຈັນ. ໂດຍພາຍໃຕ້ການນຳພາຂອງ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງເລຂາພັກເມືຶອງ ເຈົ້າເມືອງໆວັງວຽງ, ມີບັນດາຄະນະປະຈໍາ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ສໍານັກງານກົມກອງ, ບໍລິສັດ, ລັດວິສະຫະກິດ, ນັກທຸລະກິດຜູ້ປະກອບການ, ອຳນາດການປົກຄອງບ້ານ, ບັນດາປະທານສະຫະພັນແມ່ຍິງແລະສະມາຊິກແມ່ຍິງ ແຕ່ລະໜ່ວຍໃນທົ່ວເມືອງເຂົ້າຮ່ວມ.
ໃນພິທີ ທ່ານ ບຸນປັນ ພົມມະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ໄດ້ໃຫ້ກຽດກ່າວເປີດງານໃນຄັ້ງນີ້ວ່າ: ເນື້ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 108 ປີ. ເຊິ່ງເລີ່ມຍ່າງແຕ່ເວລາ 6:30 ເສັ້ນທາງທີ່ໃຊ້ຍ່າງໃນຄັ້ງນີ້ມີຄວາມຍາວ 2500 ແມ໋ດ ເຊິ່ງນັບແຕ່ຈຸດເລີ່ມ ເດີ່ນບິນເກົ່າ ຍ່າງໄປທາງ 4 ແຍກເມືອງຊອງ ຜ່ານຕົ້ນພ້າວ 2 ຍອດ ຂຶ້ນມາທາງທິດເໜືອ ລ້ຽວຂວາເຂົ້າເສັ້ນທາງຕະຫລາດກາງຄືນທີ່ຕິດກັບໂຮງໝໍເມືອງ ເພື່ອມາຫາສະໂມສອນຂອງເມືອງ.
ຫລັງຈາກນັ້ນ, ເວລາ 8:00 ກໍ່ໄດ້ມີພິທີ ປະຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 108 ປີ ( 8/3/1899-8/3/2018 ). ໂດຍການເຂົ້າຮ່ວມຂອງທ່ານ ຄໍາຜອງ ດວງວິໄລ ກຳມະການພັກແຂວງເລຂາພັກເມືຶອງ ເຈົ້າເມືອງໆວັງວຽງ, ພ້ອມດ້ວຍບັນດາແຕ່ລະໜ່ວຍໃນທົ່ວເມືອງເຂົ້າຮ່ວມ.
ທ່ານ ບຸນປັນ ພົມມະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ, ໄດ້ໃຫ້ກຽດຂຶ້ນຜ່ານບັນດາເອກະສານສຳຄັນຄື: ປະຫວັດຄວາມເປັນມາຂອງແມ່ຍິງ ສາກົນ ວັນທີ 8 ມີນາ, ບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ ກອງປະຊຸມຕ່າງໆ ກ່ຽວກັບແມ່ຍິງໃນລະດັບສາກົນ, ພາກພື້ນແລະອາຊຽນ, ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ປີ 2017, ນະໂຍບາຍແລະກົນໄກສົ່ງເສີມຄວາມກ້າວໝ້າຂອງແມ່ຍິງ ໃນສປປ ລາວ. ຕອນທ້າຍພິທີ ຍັງໄດ້ມີການມອບຂອງຂວັນ ໃຫ້ພະນັກງານອາວຸບໍານານຕື່ມອີກ.
Editor: ສິງຫາ ເລືອງວັນ