ເມື່ອບໍ່ດົນມານີ້ ຢູ່ທີ່ສະໂມສອນເມືອງວັງວຽງ ແຂວງວຽງຈັນ, ໄດ້ມີພິທີຈັດງານການແຂ່ງຂັນສິລະປະວັນນະຄະດີນ້ອງນັກຮຽນທົ່ວເມືອງວັງວຽງ. ໂດຍການເຂົ້າຮ່ວມຂອງທ່ານ ຄຳຜອງ ດວງວິໄລ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ, ມີທ່ານ ບຸນມີ ພົມມະວົງສາ ກຳມະການພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີການນຳຂອງເມືອງ, ຫົວໜ້າຫ້ອງການ ກົມກອງຫ້ອງການອ້ອມຂ້າງ, ຫົວໜ້າໂຮງຮຽນ ປະຖົມ, ມັດທະຍົມ ມໍ ຕົ້ນ, ມໍ ປາຍ ແລະ ຄູອາຈານ-ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ໃນພິທີ ທ່ານ ຄໍາຜອງ ດວງວິໄລ ເຈົ້າເມືອງໆ ວັງວຽງ ໄດ້ໃຫ້ກຽດຂຶ້ນເປີດງານພິທີຈັດງານການແຂ່ງຂັນສິລະປະວັນນະຄະດີ ນ້ອງນັກຮຽນທົ່ວເມືອງວັງວຽງ. ການສະແດງສິລະປະວັນນະຄະດີ ຂອງນ້ອງນັກຮຽນໃນຄັ້ງນີ້ ມີລະດັບໂຮງຮຽນປະຖົມ 7 ໂຮງຮຽນຄື: ໂຮງຮຽນປະຖົມຫ້ວຍແຍ້, ປະຖົມຫ້ວຍສະເຫງົ້າ, ປະຖົມໂພນຊູ, ປະຖົມຂັນໝາກ, ປະຖົມນາມອນໃຕ້, ປະຖົມແກ່ວກວ້າງ, ປະຖົມເພັດມະນີພອນ. ລະດັບໂຮງຮຽນມັດທະຍົມມໍຕົ້ນ 5 ໂຮງຮຽນ, ລະດັບໂຮງຮຽນມັດທະຍົມມໍປາຍ 6 ໂຮງຮຽນ, ມີປະເພດບົດຟ້ອນ 17 ລາຍການ ລະດັບປະຖົມມີ 7 ລາຍການ, ລະດັບມັດທະຍົມ ມໍ ຕົ້ນ ມີ 5 ລາຍການ, ລະດັບ ມໍ ປາຍ ມີ 6 ລາຍການ, ບົດເພງ 8 ລາຍການ.
ຜ່ານການແຂ່ງຂັນ ປະກວດສິລະປະວັນນະຄະດີ ນັກຮຽນທົ່ວເມືອງວັງວຽງ ປະເພດບົດຟ້ອນໄດ້ແກ່: ລະດັບໂຮງຮຽນປະຖົມ ອັນດັບທີ 1 ໄດ້ແກ່ໂຮງຮຽນ ປະຖົມເພັດມະນີພອນ, ລະດັບໂຮງຮຽນມັດທະຍົມ ມໍຕົ້ນ ອັນດັບທີ 1 ໄດ້ແກ່ໂຮງຮຽນມັດທະຍົມມໍຕົ້ນນ້ຳພ້າວ, ລະດັບໂຮງຮຽນມັດທະຍົມສຶກສາ ແລະ ມັດທະຍົມມໍປາຍ ອັນດັບທີ 1 ໄດ້ແກ່ ໂຮງຮຽນມັດທະຍົມສຶກສານາມອນ, ຜົນການປະກວດຮ້ອງເພງລະດັບໂຮງຮຽນປະຖົມ ອັນດັບທີ 1 ໄດ້ແກ່ ປະຖົມຫ້ວຍສະເຫງົ້າ, ລະດັບໂຮງຮຽນມັດທະຍົມອັນດັບທີ 1 ໄດ້ແກ່ໂຮງຮຽນມັດທະຍົມສຶກສານາມອນ, ໃນພິທີຄະນະປະທານຍັງໄດ້ຜັດປ່ຽນກັນຂຶ້ນມອບລາງວັນ ໃຫ້ກັບໂຮງຮຽນປະຖົມ-ມັດທະຍົມສຶກສາ ມໍ ຕົ້ນ-ມໍ ປາຍ.
Editor: ກຳປານາດ ລັດຖະເຮົ້າ