ຕອນເຊົ້າວັນທີ 6 ມີນາ 2018 ນີ້ ໜ່ວຍສະຫະພັນແມ່ຍິງ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ອອກແຮງງານອະນາໄມລວມ ຢູ່ພາຍໃນ ພະແນກຂອງຕົນຕາມຂອບເຂດຮັບຜິດຊອບເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນແມ່ຍິງສາກົນ ຄົບຮອບ 108 ປີ ແລະ ວັນສະເຫຼີມສະຫຼອງ ໄຊຊະນະບັ້ນຮົບປົດປ່ອຍຜາຖີ່ຄົບຮອບ 50 ປີ ທີ່ຈະໄດ້ເປີດຂຶ້ນໃນວັນທີ 9-11 ມີນາ 2018 ທີ່ຈະມາເຖິງນີ້ ການອະນາໄມອອກແຮງງານລວມໃນຄັ້ງນີ້ ເອື້ອຍນ້ອງແມ່ຍິງ ພະແນກ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ໄດ້ພ້ອມກັນອະນາໄມ, ຫົດນໍ້າໂຖດອກໄມ້, ຖາງຫຍ້າອ້ອມພະແນກ, ປັດກວາດເດີ່ນ, ເກັບຂີ້ເຫຍື້ອຍອ້ອມຂ້າງພະແນກ, ອະນາໄມ ແລະ ຖາງຫຍ້າອ້ອມສວນດອກໄມເປັນຕົ້ນ.
ທັງນີ້ກໍ່ເພື່ອເປັນການຮັກສາຄວາມສະອາດ ເຮັດໃຫ້ພະແນກຂອງຕົນມີຄວາມສະອາດງາມຕາ, ມີສິ່ງແວດ ລ້ອມທີ່ສະອາດງາມຕາ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ.
Editor: ກຳປານາດ ລັດຖະເຮົ້າ