ເພື່ອເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 108 ປີ ໃຫ້ເປັນຂະການຟົດຟືນມ່ວນຊື່ນ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນອັນເລິກເຊີ່ງ. ໃນຕອນເຊົ້າວານນີ້ ວັນທີ 6 ມີນາ 2018 ສະຫະພັນແມ່ຍິງແຂວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນຄົບ 108 ປີ ໂດຍການຈັດກິດຈະກຳຍ່າງເພື່ອສຸຂະພາບ ແຕ່ໜ້າວິທະຍາໄລເຕັກນິກແຂວງວຽງຈັນ ຫາ ເດີ່ນກິລາໃນຮົ່ມແຂວງວຽງຈັນ ໄລຍະທາງປະມານ 2 ກິໂລແມ້ດ ໃຫ້ກຽດນຳພາໂດຍ ທ່ານ ນາງ ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງວຽງຈັນ, ມີການນຳຂັ້ນແຂວງ, ເອື້ອຍນ້ອງແມ່ຍິງຈາກບັນດາພະແນກການຕ່າງໆເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ນາງ ຈັນທະບຸນ ໂພສະລາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງວຽງຈັນ ໄດ້ກ່າວຈຸດປະສົງຂອງການຈັດພິທີຄັ້ງນີ້ວ່າ: " ມື້ນີ້ສະຫະພັນແມ່ຍິງແຂວງວຽງຈັນຂອງພວກເຮົາໄດ້ຈັດ ພິທີຍ່າງເພື່ອສຸຂະພາບ ແລະ ຄອບຄົວຂື້ນ ເພື່ອເປັນການສະເຫຼີມສະຫຼອງວັນທີ 8 ມີນາ ວັນແມ່ຍິງສາກົນຄົບຮອບ 108 ປີ, ການຍ່າງເພື່ອສຸຂະພາບນີ້ຄັ້ງນີ້ ເປັນການສ້າງຄວາມສາມັກຄີ ແລະ ສ້າງສັນລະຫວ່າງເອື້ອຍນ້ອງແມ່ຍິງ, ການນໍາຂອງແຂວງ ທັງພໍ່ແມ່ປະຊາຊົນທີ່ຢູ່ອ້ອມຂ້າງແຂວງພວກເຮົາ ນອກນີ້ເພື່ອເປັນການຮັກສາສຸຂະພາບ ພວກເຮົາໄດ້ປະສານສົມທົບກັບສາທາລະນະສຸກ ກໍຄືໂຮງໝໍແຂວງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດກິດຈະກຳສຸຂະສຶກສາ ກວດສູຂະພາບຕາໂດຍບໍ່ເສຍຄ່າຂື້ນ ເຊິ່ງມີຜູ້ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.
Editor: ກຳປານາດ ລັດຖະເຮົ້າ