ໃນວັນທີ 6 ມີນາ 2018 ທີ່ ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ວິທະຍາໄລສົງອົງຕື້ ໄດ້ຈັດ ພິທີປາຖະກະຖາ ທໍາພິເສດ ເພື່ອເປັນທໍາມະທານ ໃນຫົວຂໍ້ທໍາມະເລື້ອງ ພະພຸດທະສາດສະໜາກັບການພັດທະນາ ຄຸນນະພາບຊີວິດ ໂດຍການອຸປະຖໍາໃນການຈັດງານໂດຍ ຄອບຄົວ ຈຸນລະມະນີ, ຮ້ານຊີ້ນດາດໂປຍຊຽນ ໂດຍການເປັນປະທານ ໃນພິທີຂອງ ພະອາຈານໃຫຍ່ ປອ. ມະຫາ ເຫວດ ມະເສໄນ ຮອງປະທານ ອົງການພຸດທະສາດສະໜາສໍາພັນລາວ, ເຂົ້າຮ່ວມມີ ພະເຖລະນຸເຖລະ, ຄອບຄົວການນໍາ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການຈັດງານແມ່ນ ເປັນເຈຕະນາລົມອັນດີ ຂອງອົງການພຸດທະສາດສະໜາສໍາພັນລາວ ແລະ ຜູ້ໃຫ້ການອຸປະຖໍາ ເພື່ອເປັນການເສີມສ້າງ ສະຕິປັນຍາ ແລະ ພັດທະນາຄຸນນະພາບຊີວິດ ຕາມແບບແຜນຊາວພຸດ ເປັນການສ້າງກິດຈະກໍານອກສະຖານທີ່ ນອກຫຼັກສູດ ທີ່ ວິທະຍາໄວທະຍາໄລສົງອົງຕື້ໃຫ້ຄວາມສໍາຄັນຕະຫຼອດມາ ເພື່ອສະໜັບສະໜູນ ວິທີເຜີຍແຜ່ ພຸດທະສາດສະໜາໃນສັງຄົມ ໃຫ້ສົມກັບຄໍາວ່າ ພຸດທະສາດສະໜາ ເປັນສາກົນໂລກ ແລະ ທໍາມະທັນສະໄໝສະເໝີ, ນອກນັ້ນຍັງເປັນການພັດທະນາ ສັກກະຍະພາບຄວາມຄິດລິເລີ່ມ ໃນການເຂົ້າໃຈ-ເຂົ້າເຖິງ ຫຼັກທໍາຄໍາສອນທີ່ຖືກຕ້ອງ, ພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ສູ່ຄຸນນະທໍາ ກາຍເປັນພຸດທະບໍລິສັດ 4 ທີ່ຖືກຕ້ອງ ແລະ ເປັນອີກໜຶ່ງເວທີ ແລະ ທາງເລືອກ ທີ່ສ້າງຄວາມສົນໃຈ ໃຫ້ກັບນັກປັນຍາຊົນ ທີ່ມີຄວາມສະຫຼາດ ແລະ ຄວາມສາມາດ ໃນການພັດທະນາຄຸນນະພາບຊີວິດຕາມເສັ້ນທາງພຸດທະສາດສະໜາ ແລະ ເຮັດໃຫ້ພໍ່ແມ່ປະຊາຊົນລາວ ເວົ້າລວມ ເວົ້າສະເພາະກໍຄື ຜູ້ທີ່ເຂົ້າຮ່ວມຮັບຟັງທໍາ ໃນໂອກາດດັ່ງກ່າວ ໄດ້ເປັນຜູ້ທີ່ຈະເລີນໃນທໍາ ສົມກັບຄໍາວ່າ: ດວງທໍາໃນດວງໃຈ ຢູ່ດ້ວຍດີ ມີດ້ວຍສຸກ ພຸດທະສະນະໜາ.
Editor: ກຳປານາດ ລັດຖະເຮົ້າ