ເພື່ອເປັນການສົ່ງເສີມ ການສຶກສາໃຫ້ກັບເຍົາວະຊົນລາວ ໃນວັນທີ 6 ມີນາ 2018, ທີ່ນະຄອນ ຫລວງວຽງຈັນ ບໍລິສັດໂຕໂຢຕ້າ ມໍເຕີ້ປະເທດໄທຈຳກັດ ຮ່ວມກກັບ ກະຊວງສຶກສາທິການ ແລະ ກິລາ, ໄດ້ຈັດພິທີມອບ-ຮັບລາງວັນ ໂຄງການປະກວດແຕ້ມຮູບ ໃນຫົວຂໍ້ “ລົດໂຕໂຢຕ້າໃນຝັນຂອງຂ້ອຍ” ປະຈໍາປີ 2018, ໂດຍການເຂົ້າຮ່ວມ ຂອງ ທ່ານ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນິກອນ ປະເສີດສົມ ປະທານບໍລິຫານ ຝ່າຍປະຕິບັດການ ສຳນັກງານເຂດພູມີພາກແມ່ນ້ຳຂອງ ບໍລິສັດໂຕໂຢຕ້າມໍເຕີ້ປະເທດໄທ ຈໍາກັດ, ພ້ອມດ້ວຍແຂກຖືກເຊີນ ແລະ ພໍ່ແມ່-ຜູ້ປົກຄອງ ຂອງນ້ອງນັກຮຽນ ເຂົ້າຮ່ວມ.
ໂຄງການດັ່ງກ່າວ, ແມ່ນໄດ້ຈັດຂຶ້ນ ທີ່ປະເທດລາວ ເປັນປີທີ 8 ແລະ ຄັ້ງທີ 12 ໃນລະດັບສາກົນ, ເຊິ່ງ ໃນປີ 2018 ນີ້ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ດ້ວຍການເປີດກວ້າງ ການປະກວດທົ່ວປະເທດ ໂດຍໄດ້ຮັບຄວາມສົນໃຈ ຈາກເຍົາວະຊົນ ແລະ ພໍ່ແມ່ຜູ້ປົກຄອງ ເປັນຈຳນວນຫລວງຫລາຍ ແລະ ມີຍອດລວມ ຜູ້ສະໝັກທັງໝົດ ຈາກ 18 ແຂວງ ເຖິງ 5.064 ຄົນ, ໂດຍໄດ້ຮັບກຽດ ເປັນຄະນະກຳມະການ ຈາກກົມວິຈິດສິນ ແຫ່ງຊາດ ເພື່ອມາຄັດເລືອກຮູບແຕ້ມ ຈົນໄດ້ຜູ້ຊະນະເລີດ ແຕ່ລະປະເພດອາຍຸ ເຊິ່ງນ້ອງໆ ເຍົາວະຊົນຜູ້ທີ່ຊະນະເລີດ ຈະໄດ້ຮັບທຶນການສຶກສາ, ຂັນລາງວັນ, ໃບປະກາດສະນີຍະບັດ ແລະ ໂຮງຮຽນຂອງນ້ອງໆ ທີ່ສົ່ງເຂົ້າປະກວດ ກໍ່ໄດ້ຮັບຈຳນວນເງິນ ສະໜັບສະໜູນ ໃນຈຳນວນທີ່ເທົ່າກັນ. ນອກຈາກນີ້, ຍັງມີລາງວັນພິເສດ ສຳລັບນ້ອງຜູ້ທີ່ຊະນະເລີດ ແຕ່ລະປະເພດອາຍຸ ດ້ວຍການ ໄປທັດສະນະສຶກສາ ທີ່ບາງກອກ ປະເທດໄທ ພ້ອມດ້ວຍຜູ້ປົກຄອງ 1 ທ່ານ ເປັນເວລາ 2 ມື້ 1 ຄືນ. ພ້ອມນີ້, ຜົນງານຂອງຜູ້ທີ່ໄດ້ຮັບລາງວັນ ຊະນະເລີດອັນດັບທີ 1, 2, 3 ໃນແຕ່ລະປະເພດອາຍຸ ຈະໄດ້ຖືກສົ່ງ ເຂົ້າປະກວດໃນລະດັບໂລກ ທີ່ປະເທດຍີ່ປຸ່ນ ເຊິ່ງຈະໄດ້ປະກາດລາງວັນ ໃນເດືອນກໍລະກົດ 2018 ນີ້.
ລາຍຊື່ ຜູ້ທີໄດ້ຮັບລາງວັນໂຄງການ ປະກວດແຕ້ມຮູບ ໃນຫົວຂໍ້ “ລົດໂຕໂຢຕ້າ ໃນຝັນຂອງຂ້ອຍ” ປະຈໍາປີ 2018 ມີ ລຸ້ນອາຍຸຕໍ່າກວ່າ 8 ປີ ລາງວັນທີ 1 ທ້າວ ຈິດຕະກອນ ໂພທິສານ ຈາກໂຮງຮຽນສອນແຕ້ມຮູບ ອີດເຕີນອາດ ໄດ້ຮັບທຶນການສຶກສາ 5 ລ້ານກີບ ພ້ອມຂັນລາງວັນ ແລະ ໂຮງຮຽນໄດ້ຮັບເງິນ 5 ລ້ານກີບ; ລຸ້ນອາຍຸ 8-11 ປີ ລາງວັນທີ 1 ນາງ ເພັດດາວັນ ພົງສະຫວ່າງ ຈາກໂຮງຮຽນຫ້ອມສະຫວັນ ໄດ້ຮັບທຶນການສຶກສາ 5 ລ້ານກີບພ້ອມ ຂັນລາງວັນ ແລະ ໂຮງຮຽນໄດ້ຮັບເງິນ 5 ລ້ານກີບ, ລຸ້ນອາຍຸ 12-15 ປີ ລາງວັນທີ 1 ທ້າວ ຄໍາພູ ສີຫາລາດ ຈາກໂຮງຮຽນ ຫ້ອມສະຫວັນ ໄດ້ຮັບທຶນ ການສຶກສາ 5 ລ້ານກີບ ພ້ອມຂັນລາງວັນ ແລະ ໂຮງຮຽນໄດ້ຮັບເງິນ 5 ລ້ານກີບ.
Editor: ກຳປານາດ ລັດຖະເຮົ້າ