ທ້າຍອາທິດຜ່ານມາ ສະຫະພັນກຳມະບານເມືອງຄຳ ແຂວງຊຽງຂວາງ ພ້ອມສະຫະພັນກຳມະ ບານ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ນຳເອົາເຄື່ອງມາຊ່ວຍເຫຼືອແກ່ບ້ານ ແລະ ໂຮງຮຽນ ປະຖົມສົມບູນບ້ານໃໝ່ກໍຄາຍຂື້ນທີ່ໂຮງຮຽນປະຖົມສົມບູນໜອງໃໝ່ເມືອງຄຳແຂວງຊຽງຂວາງຢ່າງເປັນທາງການ.
ໂດຍພາຍໃຕ້ການຊີ້ນຳນຳພາຂອງທ່ານ ພົມມາ ເທບທິລາດ ຄະນະປະຈຳພັກເມືອງປະທານແນວ ລາວສ້າງຊາດ ເມືອງຄຳ, ມີ ທ່ານ ບຸນຊູ ພະວິເສດ ຄະນະປະຈໍາພັກເມືອງ ປະທານກວດກາພັກ ຫົວໜ້າຫ້ອງການລັດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ມີກຳມະບານພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນຫຼັກແຫຼ່ງ, ສະມາຊິກກຳມະບານທັງ 2 ເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນ, ຄູອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ທັງນີ້ກໍ່ເພື່ອເປັນການຊຸກຍູ້ສົ່ງເສີມການຮຽນ-ການສອນ ແລະ ການພັດທະນາເສດຖະກິດຄອບຄົວ ຂອງຊຸມຊົນ ຄູ-ອາຈານ ໃຫ້ມີບາດກ້າວຂະຫຍາຍຕົວຂື້ນເລື່ອຍໆ, ທ່ານ ນາງ ແສງແກ້ວ ທຸມມະວົງ ກຳມະການພັກເມືອງ ປະທານກຳມະບານເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກໍ່ໄດ້ຂື້ນກ່າວ ມອບເຄື່ອງໃນຄັ້ງນີ້ໃຫ້ຮູ້ອີກຕື່ມວ່າ: ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ, ເຄື່ອງນຸ່ງຫົ່ມເດັກນ້ອຍ, ອຸປະກອນການຮຽນ-ການສອນ, ເຄື່ອງກິລາ ແລະ ເຄື່ອງບໍລິໂພກຈຳນວນໜຶ່ງລວມມູນ ຄ່າທັງໝົດ 10 ລ້ານກ່ວາກີບ ພ້ອມທັງກ່າວມອບ ໃຫ້ແກ່ຄະນະອຳນວຍການໂຮງຮຽນ ໂດຍເປັນກຽດກ່າວ ຮັບຂອງ ທ່ານ ວີນໄຊ ພິລາວົງ ອຳນວຍການໂຮງຮຽນປະຖົມສົມບູນໜອງໃໝ່, ພ້ອມດຽວກັນນັ້ນທາງຄະ ນະສະຫະພັນກຳມະບານທັງ 2 ເມືອງ ກໍ່ໄດ້ອອກເດີນທາງໄປທ່ຽວຊົມ ແຫຼ່ງທ່ອງທ່ຽວປະຫວັດສາດ ຖ້ຳປີວ ແລະ ທ່ອງທ່ຽວທຳມະຊາດນ້ຳຮົ່ມຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ