ງານວາງສະແດງສິນຄ້າ ທ໊ອບໄທແບຣນ ໄດ້ເປີດຂື້ນຢ່າງເປັນທາງການ ໃນວັນທີ 7 ແລະຈະດໍາເນີນໄປຈົນເຖິງ ວັນທີ 11 ມີນາ 2018 ງານວາງສະແດງສິນຄ້າທັອບໄທແບຣນ 2018 ໄດ້ຈັດຂຶ້ນ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍການຮ່ວມມືທາງດ້ານການຄ້າລະຫວ່າງ ສປປລາວ ແລະ ຣາດຊະອານາຈັກໄທ ເຂົ້າຮ່ວມຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ຢານີ ສີມີໄຊ ອັກຄະຣາຊະທູດທີ່ປຶກສາ (ຝ່າຍພານິດ) ສໍານັກງານສົ່ງເສີມການຄ້າໃນຕ່າງປະເທດ ປະຈໍານະຄອນຫຼວງວຽງຈັນ ສະຖານທູດໄທ ປະຈໍາລາວ ມີບັນດາຄະນະນໍາທັງສອງຝ່າຍ, ຜູ້ປະກອບການ ແລະ ພາກສ່ວນກ່ຽວລວມທັງບໍລິສັດຫ້າງຮ້ານຕ່າງໆເຂົ້າຮ່ວມ.
ຈຸດປະສົງກໍ່ເພື່ອສົ່ງເສີມການຄ້າລະຫວ່າງປະເທດໃຫ້ມີການຂະຫຍາຍຕົວນັບມື້ເພີ່ມຂຶ້ນ ກໍຄືໃນນາມສະມາຊິກເອອີຊີດ້ວຍກັນ ເຊິ່ງປີນີ້ມີຮ້ານຄ້າເຂົ້າຮ່ວມວາງສະແດງສິນຄ້າທັງໝົດ 176 ຮ້ານຄ້າ, ມີ 143 ບໍລິສັດ, ສ່ວນໃຫຍ່ຈະເປັນສິນຄ້າເສີມຄວາມງາມ, ຮັກສາສຸຂະພາບ ແລະ ເຄື່ອງໃຊ້ຄົວເຮືອນທົ່ວໄປ. ຂະນະທີ່ສິນຄ້າໃນລາວກໍ່່ຈະມີສິນຄ້າໂອດ໊ອບ ແລະ ເຄື່ອງຈັກສານ, ເຄື່ອງທີ່ລະນຶກອື່ນໆ.
ການຈັດງານທັອບໄທແບຣນ 2018 ໃນຄັ້ງນີ້ ຈະເປັນການສົ່ງເສີມຄວາມສຳພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງໄທ ກັບ ສປປ ລາວ ບົນພື້ນຖານຄວາມເທົ່າທຽມກັນ, ຄວາມຈິງໃຈທີ່ນຳໄປສູ່ຄວາມເຊື່ອໝັ້ນ ແລະ ການຮ່ວມມືໃນການເຊື່ອມໂຍງທາງດ້ານເສດຖະກິດຕາມນະໂຍບາຍ 3 ປີດຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍານົດຄື: ເປີດປະຕູ, ເປີດອຸປະສັກ ແລະ ເປີດໃຈ ເຊິ່ງຈະເປັນການຊ່ວຍສົ່ງເສີມໃຫ້ມູນຄ່າການຄ້າລະຫວ່າງ ລາວ-ໄທ ຂະຫຍາຍຕົວເພີ່ມຂຶ້ນຕໍ່ເນື່ອງ, ອີກທັງຍັງເປັນການສ້າງໂອກາດໃຫ້ຜູ້ປະກອບການທັງສອງຝ່າຍໄດ້ໃຊ້ເວທີ ເພື່ອປະຊາສຳພັນສິນຄ້າຂອງທັງສອງປະເທດໃຫ້ເປັນທີ່ຮູ້ຈັກແຜ່ຫຼາຍ. ພາຍໃນງານນອກຈາກຈະໄດ້ພົບກັບສິນຄ້າຫຼາກຫຼາຍແລ້ວ ຍັງມີກິດຈະກໍາອື່ນໆອີກຫຼາກຫຼາຍ ພິເສດແມ່ນໄດ້ເຊີນເອົາ ດາລາ, ນັກສະແດງ, ນັກຮ້ອງເຊັ່ນ: ທ່ານ ນ. ຂວັນ ອຸສາມະນີ ທ່ານ ນ. ຕັກ ມະຍຸລາ ມາໂອ້ລົມໃນເລື່ອງ ແຮງບັນດານໃຈໃນການສ້າງແບຣນ ແລະ ຍັງມີນັກຮ້ອງຈາກລາຍການ ເດີວອຍ, ແລະ ໜຶ່ງອະພິວັດ ຫນ້າກາກເພນເຄັກ ຈາກລາຍການ ເດີແມສຊິ່ງເກີ້ນ ຈາກປະເທດໄທ ມາຮ່ວມສ້າງຄວາມມ່ວນຊື່ ຢູ່ພາຍໃນງານໃຫ້ພີ່ນ້ອງຊາວນະຄອນຫຼວງວຽງຈັນ ກໍຄືຊາວລາວ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ