ເມື່ອບໍ່ດົນມານີ້ທາງ ໂຮງໝໍມິດຕະພາບ ແລະ ສະມາຄົມການແພດຝຣັ່ງ - ລາວ ໄດ້ມີການອອກແຈ້າງການ ກ່ຽວກັບໂຄງການ ຊ່ວຍເຫຼືອ ປີ່ນປົວ - ຜ່າຕັດ ໂດຍບໍ່ເສຍຄ່າ ສໍາລັບຜູ້ທີ່ມີອາຍຸ 6 ຫາ 20 ປີ ທີ່ມີໃບຫນ້າຜິດປົກກະຕິມາແຕ່ກໍາເນີດ ປາກແວ່ງ-ເພດານໂວ່, ແຜເປັນທີ່ເກີດຈາກໄພໄໝ້, ນໍາຮ້ອນລວກ, ອຸບັດຕິເຫດ, ແຜ່ຫລັງຜ່າຕັດ, ເນື້ອງອກ ແລະ ການຊໍ້າເຮື້ອ ຊືມເຊື້ອບໍລິເວນໃບຫນ້າ-ຜົ້ງປາກ, ສະນັ້ນໃນວັນທີ 6 ມີນາ 2018 ໂຮງໝໍມິດຕະພາບ ແລະ ສະມາຄົມການແພດຝຣັ່ງ - ລາວ ຈຶ່ງໄດ້ມີການຈັດໂຄງການຂອງ ສະມາຄົມການແພດຝຣັ່ງ-ລາວ ຊຶ່ງເປັນໂຄງການ ຊ່ວຍເຫຼືອ ປີ່ນປົວ - ຜ່າຕັດ ໂດຍບໍ່ເສຍຄ່າ ສໍາລັບຜູ້ທີ່ມີອາຍຸ 6 ຫາ 20 ປີ ທີ່ມີໃບຫນ້າຜິດປົກກະຕິມາແຕ່ກໍາເນີດ ປາກແວ່ງ-ເພດານໂວ່, ແຜເປັນທີ່ເກີດຈາກໄພໄໝ້, ນໍາຮ້ອນລວກ, ອຸບັດຕິເຫດ, ແຜ່ຫລັງຜ່າຕັດ, ເນື້ອງອກ ແລະ ການຊໍ້າເຮື້ອ ຊືມເຊື້ອບໍລິເວນໃບຫນ້າ-ຜົ້ງປາກ, ງານດັ່ງກ່າວແມ່ນໄດ້ຈັດ ໃນລະຫວ່າງ ວັນທີ 5 – 14 ມີນາ 2018 ນີ້ ຢູ່ທີ່ໂຮງໝໍມິດຕະພາບນະຄອນຫຼວງວຽງຈັນ ໂດຍມີ ໜ່ວຍງານຜ່າຕັດ ສະມາຄົມ ໂນມາ ຈາກປະເທດຝຣັ່ງ ທີ່ໃຫ້ການຊ່ວຍເຫຼື່ອ ແລະ ຄັ້ງນີ້ເປັນຄັ້ງທີ 2 ແລ້ວ ທີ່ໄດ້ຮັບການຊ່ວຍເຫຼື່ອ ຈາກ ສະມາຄົມດັ່ງກ່າວ ເຫັນໄດ້ວ່າ ມີຜູ້ທີ່ເຂົ້າມມາປີ່ນປົວຢ່າງຫຼວງຫຼາຍ ທັງຄົນທີ່ມາຈາກນະຄອນຫຼວງ ແລະ ຕ່າງແຂວງ ຖືວ່າເປັນອີກໜຶ່ງ ໂຄງການທີ່ດີ ເພື່ອເຮັດໃຫ້ ຜູ້ທີ່ ມີຄວາມຜິດປົກກະຕິ ທາງດ້ານໃບຫນ້າ, ປາກແວ່ງ ເພດານໂວ່ຕ່າງໆ ໄດ້ຮັບການຊ່ວຍເຫຼື່ອ ຢ່າງທົ່ວເຖິງ.
Editor: ກຳປານາດ ລັດຖະເຮົ້າ