ເພື່ອເປັນການຊຸກຍູ້ສົ່ງເສີມຕະຫຼາດ ຜະລິດຕະພັນສີນຄ້າ ໜຶ່ງເມືອງໜຶ່ງຜະລິຕະພັນ ຂອງນະຄອນຫຼວງວຽງຈັນ ແລະ ປະກອບສ່ວນສົ່ງເສີມປີທ່ອງທ່ຽວລາວ 2018 ສະນັ້ນ ເມື່ອບໍ່ດົນມານີ້ ພະແນກອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພາກສ່ວນກ່ຽວຂ້ອງ ໄດ້ຈັດພິທີຖະແຫລງຂ່າວ ກໝມຈັດງານວາງສະແດ ແລະ ຈໍາໜ່າຍສີນຄ້າໜຶ່ງເມືອງ ໜຶ່ງພະລິດຄະພັນ ແລະ ສີນຄ້າຄອບຄົວຕົວແບບຂອງ ນະຄອນຫຼວງວຽງຈັນ ຄັ້ງທີ 5 ຂື້ນ ພາຍໃຕ້ການເປັນປະທານ ໃນການຖະແຫລງຂ່າວຄັ້ງນີ້ໂດຍ ທ່ານ ເບີລີນ ເພັດຈັນທະລາດ ຫົວຫນ້າພະແນກ ອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍຫົວຫນ້າພະແນກ ຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ມີຫົວຫນ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຕ່າງຫນ້າຈາກສູນການຄ້າໄອເຕັກ, ພ້ອມດ້ວຍບັນກດາຫົວໜ່ວຍທຸລະກິດ ແລະ ສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານເບີລີນ ເພັດຈັນທະລາດ ຫົວຫນ້າພະແນກອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວເຖິງຈຸດປະສົງຂອງການຈັດງານ ແມ່ເພື່ອເປັນການ ສ້າງກິດຈະກໍາໃນປີທ່ອງທ່ຽວລາວໃຫ້ມີຄວາມຫຼາກຫຼາຍ ແລະ ເປັນການຈັດລະດັບພະລິດຕະພັນ ນໍາໄປສູນການພັດທະນາແບບຍືນຍົງ ແລະ ມີປະສິດທິຜົນສູງສຸດ ໃຫ້ສາມາດເຂົ້າຫາຕະຫຼາດເປົ້າໝາຍໄດ້, ສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດ ທີ່ເຮັດການພະລິດ, ຜັກດັນທຸລະກິດຄອບຄົວຕົວແບບ ໃຫ້ມີຄວາມກະຕືລືລົ້ນ ໃນການເຂົ້າເປັນສີນຄ້າໂອດ໊ອບ, ເພື່ອເປັນການສ້າງມູນຄ່າເພີ່ມໃຫ້ແກ່ສີນຄ້າໂອດ໊ອບແຫ່ງຊາດ ໃຫ້ເປັນທີ່ຍອມຮັບໃນສັງຄົມ, ຜູ້ຊົມໃຊ້ມີຄວາມເຊື່ອມໝັ້ນຫຼາຍຂື້ນກວ່າເກົ່າ.
ສໍາລັບງານວາງສະແດງ ແລະ ຈໍາໜ່າຍສີນຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ ແລະ ສີນຄ້າຂອງຄອບຄົວຕົດແບບຂອງ ນະຄອນຫຼວງວຽງຈັນປີນີ້ ຈະໄດ້ຈັດຊື້ນ ໃນວັນທີ 26 ພຶດສະພາ - 3 ມິຖຸນາ 2018 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ, ຈັດໂດຍ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ສົມທົບກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ພະແນກຖະແຫລງຂ່າວວັດທະນະທໍທ ແລະ ທ່ອງທ່ຽວ ແລະ ໄດ້ຮັບການສະໜັບສະໜູນຈາກສູນການຄ້າລາວ-ໄອເຕັກ, ພາຍໃນງານແມ່ນຈະມີການວາງສະແດງ ແລະ ຈໍາໜ່າຍສີນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ, ສີນຄ້າຄອບຄົວຕົວແບບ, ສີຄ້າກະສິກໍາ, ສີນຄ້າອຸດສາຫະກໍາ ແລະ ສີນຄ້າຫັດຖະກໍາ, ສີນຄ້າປະເພດທ່ອງທ່ຽວ, ເບ້ຍໄມ້ ແລະ ສີນຄ້າຈາກຕ່າງແຂວງ ນອກນັ້ນໃນງານຍັງຈະມີກິດຈະກໍາເຊັ່ນ: ການແຈກຂອງລາວັນໃຫ້ແກ່ຫລານນ້ອຍ ແລະ ກາສໍາມະນາ ຕ່າງໆຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ