ໃນກາງກຸມພາ 2018 ທີ່ຫ້ອງປະຊຸມຫ້ອງການສືກສາທິການ-ກິລາເມືອງ ວຽງທອງ ໄດ້ມີພິທີເປີດບັ້ນຝືກອົບຮົມໃຫ້ຜູ້ອຳນວຍການໂຮງຮຽນ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ. ໂດຍການເຂົ້າຮ່ວມເປັນປະທານກອງປະຊຸມຂອງ ທ່ານ ອາຈານ ບູນຖອງ ວົງໄຊຍະລາດ ຮອງຫົວໜ້າຫ້ອງການສືກສາທິການ - ກິລາເມືອງ, ມີຄູຝືກມາຈາກຂັ້ນແຂວງ, ຂັ້ນເມືອງ, ຜູ້ອໍານວຍການໂຮງຮຽນ ແລະ ຄະນະພັດທະນາການສຶກສາຂັ້ນບ້ານເຂົ້າຮ່ວມ, ມີຜູ້ເຂົ້າຮ່ວມທັງໝົດ 42 ສະຫາຍ.
ທ່ານ ອາຈານ ບູນຖອງ ວົງໄຊຍະລາດ ຮອງຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ໄດ້ໃຫ້ກຽດຂື້ນກ່າວຈຸດປະສົ່ງ ແລະ ກ່າວເປີດພິທີໃນບັ້ນຝືກອົບຮົມວຽກງານຜູ້ອຳນວຍການໂຮງຮຽນ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ເຊິ່ງໄດ້ເນັ້ນໃສ່ໂຮງຮຽນເປັນຫຼັກ,ໃນການຝືກອົບຮົມຄັ້ງນີ້ບັນດາຜູ້ເຂົ້າຮ່ວມຈະໄດ້ພ້ອມກັນສືກສາຮຽນຮູ້ກ່ຽວກັບເອກະສານ ວຽກງານນະໂຍບາຍ ແລະ ຍຸດທະສາດການສຶກສາ, ຄູ່ມືແນະນຳຜູ້ບໍລິຫານການສຶກສາກ່ຽວກັບການຄຸ້ມຄອງໂຮງຮຽນ, ການຄຸ້ມຄອງວິຊາການ, ການບໍລິຫານສະຖິຕິການສຶກສາ, ພະລະບົດບາດໜ້າທີຮັບຜິດຊອບຂອງຄະນະພັດທະນາການສຶກສາຂັ້ນບ້ານ ແລະ ມາດຕະຖານ, ຄຸນນະພາບການສຶກສາ ແລະ ການປະເມີນຜົນຕົນເອງ. ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ມີການຮຽນຮູ້ ແລະ ເຂົ້າໃຈບັນດາເອກະສານຕ່າງໆເພື່ອນຳເອົາຄວາມຮູ້, ຄວາມສາມາດໃຊ້ເຂົ້າໃນການບໍລິຫານ-ຄຸ້ມຄອງ ໂດຍຊຸມຊົນມີສ່ວນຮ່ວມ, ພ້ອມແບ່ງຂັ້ນຄຸ້ມຄອງໃຫ້ແກ່ໂຮງຮຽນມີຄວາມເປັນເອກະລາດໃນການຕັດສິນໃຈການພັດທະນາໂຮງຮຽນ ແລະ ນຳໄປສ້າງແຜນພັດທະນາໂຮງຮຽນຕົນເອງ ຕາມວົງຈອນຂອງການວາງແຜນ ໂດຍອີງໃສ່ມາດຕະຖານ, ຄຸນນະພາບຄວາມເປັນຈິງທີ່ແຕກຕ່າງກັນຂອງແຕ່ລະໂຮງຮຽນ ແຕ່ລະທ້ອງຖິ່ນໃນວຽກງານການສຶກສາໃຫ້ດີຂື້ນ.
Editor: ນັກຂ່າວເມືອງວຽງທອງ