ໃນວັນທີ 17 ກຸມພາ 2018 ນີ້ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼງ ເມືອງພູຄູນ ແຂວງຫຼວງພະບາງ ໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເລຂາພັກແຂວງ ເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍຄະນະນຳ ຂອງແຂວງ , ຂອງເມືອງພູຄູນ ແລະ ພະນັກງານທະຫານຕຳຫຼວດໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນໂອກາດຂອງການລົງຢ້ຽມຢາມ ແລະ ເຮັດວຽກ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໃນຄັ້ງນີ້ ແມ່ນເພື່ອຕິດຕາມການກະກຽມໂຄງການປັບປຸງ ແລະ ຂະຫຍາຍຕົວເທດສະບານເມືອງພູຄູນໃໝ່ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ. ເມືອງພູຄູນ ເປັນເມືອງໜຶ່ງທີ່ເປັນເຂດຍຸດທະສາດທາງການທະຫານ ໃນໄລຍະຂອງການປະຕິວັດ ເພືອການປົດປ່ອຍຊາດ ທີມີການຕໍ່ສູ້ຢ່າງດຸເດືອດ ໃນບັ້ນຮົບສາລາພູຄູນ ປີ1971-1973 ແລະ ໄດ້ປະກາດສ້າງຕັ້ງເມືອງພູຄູນຢ່າງເປັນທາງການເມືອວັນທີ່ 10 ຕຸລາ 1990 ປະຈຸບັນ ເມືອງພູຄູນ ປະກອບມີ 7 ກຸ່ມ, 40 ບ້ານ, 4,260 ຄອບຄົວ ພົນລະເມືອງຈໍານວນ 25 ພັນກວ່າຄົນ ໃນປີ 2017 ຜ່ານມາ ເມືອງພູຄູນ ມີຈັງຫວະການຂະຫຍາຍຕົວຂອງເສດຖະກິດໃນລະດັບ 9 % ລວມຍອດຜະລິດຕະພັນພາຍໃນ ( GDP ) ສາມາດປະຕິບັດໄດ້ 287 ກວ່າຕື້ກີບ ສະເລ່ຍໃສ່ຫົວຄົນໜື່ງ ໄດ້ 11.395.000 ກີບ ຫຼື ເທົ່າກັບ 1.385 ໂດລາສະຫະລັດ. ໃນນັ້ນລວມຍອດຜະລິດຕະພັນກະສິກໍາ-ປ່າໄມ້ ກວມ 58, 62%, ຜົນຜະລິດອຸດສາຫະກຳ-ຫັດຖະກຳບັນລຸ ກວມ 7, 56% ແລະ ດ້ານການບໍລິການກວມ 33, 82% ໂດຍອີງໃສຈຸດພິເສດ, ພຸມສັນຖານທີ່ຕັ້ງຂອງສໍານັກງານເມືອງ ແລະ ບ້ານເຮືອນ ຂອບເຂດສາມແຍກພູຄູນ ຄັບແຄບ, ມີຫ້ວຍຮ່ອງເລິກ ບໍ່ສາມາດຮອງຮັບຂະຫຍາຍຕົວຂອງເສດຖະຖິດ ແລະ ປະຊາຊົນໄດ້ດີເທົ່າທີຄວນ, ປະຊາຊົນຕັ້ງເຮືອນຊານຢູ່ຕາມລຽບເສັນທາງ ເຊິ່ງມີຄວາມສຽງຕໍ່ການເກີດອຸບັດຕິເຫດ, ດິນເຈືອນຖົມເຮືອນ ເຊິ່ງໄດ້ສ້າງຄວາມສູນເສຍຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນໃນໄລຍະຜ່ານມາ ເພື່ອເປັນການແກ້ໄຂ ແລະ ສ້າງເງືອນໄຂກັບການຂະຫຍາຍຕົວໃນອະນາຄົດ ແຜນການຂະຍາຍຕົວເມືອງພູຄູນແຫ່ງໃໝ່ ໄດ້ນຳເຂົ້າພິຈາລະນາໃນກອງປະຊຸມກົມການເມືອງສູນກາງ ຫ້ອງວ່າການສູນກາງພັກ ອອກແຈ້ງການເລກທີ 704 ລົງວັນທີ 21 ທັນວາ 2012 ວ່າດ້ວຍການເຫັນດີໃຫ້ຍົກຍ້າຍສໍານັກງານ ໄປບ່ອນທີ່ມີເງືອນໄຂເໝາະສົມ ເພື່ອສ້າງເມືອງພູຄູນ ເປັນເມືອງອັນດັບໜຶ່ງ ໃນບັນດາເມືອງພູດອຍໃນທົ່ວປະເທດ ແລະ ໄດ້ກຳນົດເອົາຂອບເຂດລ້ອງສະງື່ມ ເປັນບ່ອນຈັດຕັ້ງປະຕິບັດໂຄງການ ໃນເນື້ອທີ 3,6 ພັນເຮັກຕາ ສຳເລັດ ໄດ້ເຊັນ MOU ກັບບໍລິສັດ ຫຼີຊື້ ຄຳມວນກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ຈຳກັດ ເປັນຜູ້ສຳຫຼວດ ແລະ ອອກແບບ ໃນວັນທີ 25 ມີຖຸນາ 2015 ມາເຖິງປະຈຸບັນການສຳຫຼວດອອກແບບຂອງໂຄງການປັບປຸງ ແລະ ຂະຫຍາຍ ຕົວເທດສະບານເມືອງພູຄູນໃໝ່ໄດ້ສຳເລັດ ແລະ ກຽມໂຄງການນຳເຂົ້າພິຈາລະນາໃນກອງປະຊຸມຄະນະລັດຖະບານໃນໄວໆນີ້
ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ກໍ່ໄດ້ມອບເງິນຈໍານວນ 50 ລ້ານ, ຄອມພີວເຕີ ແລະ ເຄືອງຊ່ວຍເຫຼືອປະເພດເຄື່ອງນຸ່ງຫົມ, ອຸປະກອນການສຶກສາຈຳນວນໜຶ່ງໃຫ້ແກ່ອຳນາດການປົກຄອງເມືອງ ເພື່ອປະກອບສວນເຂົ້າໃນການຊ່ວຍເຫຼືອຄອບຄົວທຸກຍາກ ແລະ ຖືກຜົນກະທົບໄພພິບັດທາງທຳມະຊາດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ບັນລຸຕາມແຜນການ ແລະ ຈຸດສຸມນັ້ນ ທ່ານໄດ້ມີຄຳເຫັນຊີ້ນຳໃຫ້ຄະນະພັກ-ຄະນະນຳ ກຳນົດວຽກງານຈຸດສຸມເປັນບູລິມະສິດຕາມທ່າແຮງທີມີຢູ່ເປັນຕົ້ນແມ່ນການປູກ-ການລ້ຽງ ຕິດພັນກັບການທ່ອງທ່ຽວ.
Editor: ນັກຂ່າວເມືອງພູຄູນ