ພິທີດັ່ງກ່າວໄດ້ຈັດຂື້ນໃນວັນທີ 14 ກຸມພາ ທີ່ຜ່ານມານີ້ ທີ່ຫ້ອງປະຊຸມທະນາຄານສົ່ງເສີມກະສິກໍາ ສາຂາແຂວງສະຫວັນນະເຂດ ໂດຍການເປັນປະທານຂອງສະຫາຍ ຄໍາຕູ່ນ ສົມຊະນິດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ, ມີຄະນະພັກທະນາຄານສົ່ງເສີມກະສິກຳສາຂາແຂວງສະຫວັນນະເຂດ, ແຂກຖືກເຊີນອ້ອມຂ້າງແຂວງ, ຕາງໜ້າອົງການຈັດຕັ້ງມະຫາຊົນ ພ້ອມສະມາຊິກຊາວໜຸ່ມພາຍໃນໜ່ວຍຊາວໜຸ່ມທະນາຄານສົ່ງເສີມກະສິກໍາສາຂາແຂວງສະຫວັນນະເຂດເຂົ້າຮ່ວມ.
ໃນພິທີສະຫາຍ ກອງມີ ພູນປະກອນ ເລຂາຄະນະບໍລິຫານງານຊາວໜຸ່ມໜ່ວຍທະນາຄານສົ່ງເສີມກະສິກໍາ ໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານ. ປະຈຸບັນ ປະກອບມີຄະນະໜ່ວຍຊາວໜຸ່ມ 3 ສະຫາຍ, ຍິງ 01 ສະຫາຍ. ມີສະມາຊິກຊາວໜຸ່ມທັງໝົດ 34 ສະຫາຍ, ຍິງ 21 ສະຫາຍ, ໃນນັ້ນ 1 ໜ່ວຍ, ມີສະມາຊິກພັກ 11 ສະຫາຍ, ຍິງ 7 ສະຫາຍ, ສໍາຮອງ 1 ສະຫາຍ, ຍິງ 1 ສະຫາຍ, ສະມາຊິກຊາວໜຸ່ມທີ່ເປັນສະມາຊິກສະຫະພັນກຳມະບານມີ 75 ສະຫາຍ, ຍິງ 30 ສະຫາຍ, ເປັນສະມາຊິກເພດຍິງ 30 ສະຫາຍ ເທົ່າກັບ 100% ຂອງສະມາຊິກຊາວໜຸ່ມເພດຍິງ, ດ້ານຄວາມຮູ້ຄວາມສາມາດກໍ່ຄືລະດັບການສຶກສາຂອງສະມາຊິກຊາວໜຸ່ມແມ່ນ, ປະລີນຍາຕີ 27 ສະຫາຍ; ຍິງ 14 ສະຫາຍ; ຊັ້ນສູງ 7 ສະຫາຍ; ຍິງ 5 ສະຫາຍ; ທິດສະດີການເມືອງ-ການປົກຄອງ 45 ວັນ ມີ 2 ສະຫາຍ; ຍິງ 1 ສະຫາຍ, ບໍາລຸງກົດໝາຍ 45 ວັນມີ 1 ສະຫາຍ.
ພ້ອມນັ້ນ ຜ່ານມາໄດ້ ເຂົ້າຮ່ວມຮັບຟັງການເຜີຍແຜ່ເອກະສານແນວທາງນະໂຍບາຍຂອງພັກ, ເອກະສານມູນເຊື້ອຕ່າງໆຂອງພັກ, ຂອງຊາດ, ຂອງກອງທັບ ແລະ ອື່ນໆ ໄດ້ຕີລາຄາດ້ານການຝືກຝົນຫຼໍ່ຫຼອມຮໍ່າຮຽນຂອງສະມາຊິກຊາວໜຸ່ມພາຍໃນໜ່ວຍ ເຫັນວ່າ: ປະເພດເຂັ້ມແຂງໄດ້ 89.03%. ດ້ານການຈັດຕັ້ງຂອງສະມາຊິກຊາວໜຸ່ມພາຍໃນໜ່ວຍ ເຫັນວ່າ: ປະເພດເຂັ້ມແຂງໄດ້ 90.09%. ດ້ານວິຊາຊີບ ແລະ ສ້າງວຽກເຮັດງານທຳຂອງສະມາຊິກຊາວໜຸ່ມພາຍໃນໜ່ວຍ ເຫັນວ່າ: ປະເພດເຂັ້ມແຂງໄດ້ 91.47% ດ້ານແນວຄິດປະຕິບັດໄດ້ 89.59%.
ຜ່ານການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກ ພາຍໃນໜ່ວຍຊາວໜຸ່ມທະນາຄານສົ່ງເສີມກະສິກໍາສາຂາແຂວງສະຫວັນນະເຂດ ສາມາດສະຫຼຸບຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິບັດ ສາມາດສ້າງປະຕິບັດເປັນໜ່ວຍຊາວ ໜຸ່ມ 4 ບຸກໄດ້ I ຄັ້ງ, ໃນພິທີຍັງໄດ້ມອບໃບຢັ້ງຢືນຊາວໜຸ່ມ 4 ບຸກ, ໂດຍແມ່ນສະຫາຍ ຄໍາຕູ່ນ ສົມຊະນິດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ເປັນກຽດມອບ.
Editor: ນັກຂ່າວຊາວຫນຸ່ມແຂວງສະຫວັນ