ໃນເມື່ອບໍ່ດົນມານີ້; ທ່ານ ນາງ ດາວວອນ ໄຊສຸລຽນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ, ໄດ້ລົງພົບປະໂອ້ລົມພະນັກງານຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງອາດສະພັງທອງ, ຢູ່ທີ່ຫ້ອງການ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງອາດສະພັງທອງ. ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ດາວວີ ວັງນາ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງອາດສະພັງທອງ ພ້ອມດ້ວຍພະນັກງານວິຊາການພາຍໃນຫ້ອງການເຂົ້າຮ່ວມ.
ທ່ານ ນາງ ດາວວອນ ໄຊສຸລຽນ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ກໍ່ໄດ້ໂອ້ລົມ ໂດຍທ່ານໄດ້ເນັ້ນໃສ່ບັນຫາຄວາມສາມັກຄີພາຍໃນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ພ້ອມກັນເອົາໃຈໃສ່ຕໍ່ກັບໜ້າທີ່ວຽກງານວິຊາສະເພາະ ທີ່ຕົນຮັບຜິດຊອບໃຫ້ສໍາເລັດໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້ປະກົດຜົນເປັນຮູບປະທໍາທີ່ແທ້ຈິງ. ທ່ານ ຍັງໄດ້ຮັບຟັງສະພາບການຈັດຕັ້ງປະຕິບັດວຽກງານພາຍໃນຫ້ອງການ ຖວທ ເມືອງ ປະຈໍາປີ 2017 ໂດຍຫຍໍ້ ຊຶ່ງປະກອບມີພະນັກງານ-ລັດຖະກອນທັງໝົດ 07 ທ່ານ, ຍິງ 4 ທ່ານ, ມີຄະນະຫ້ອງການ 1 ທ່ານ, ຫົວໜ້າໜ່ວຍງານ 2 ທ່ານ, ຮອງຫົວໜ້າໜ່ວຍງານ 4 ທ່ານ. ໃນໄລຍະ 1 ປີຜ່ານມາ ເຖິງວ່າຫ້ອງການຂາດຫົວໜ້າຫ້ອງການຊີ້ນໍາ-ນໍາພາກໍ່ຕາມ, ແຕ່ພະນັກງານພາຍໃນຫ້ອງການ ກໍ່ໄດ້ສາມັກຄີກັນເປັນປຶກແຜ່ນແໜ້ນໜາດີ. ພ້ອມກັນຈັດຕັ້ງປະຕິບັດທຸກມະຕິຄໍາສັ່ງຂອງຂັ້ນເທິງວາງອອກ ເຊັ່ນ: ທາງດ້ານວຽກງານຖະແຫຼງຂ່າວ ໄດ້ເຄື່ອນໄຫວເກັບກໍາຂ່າວ ໄດ້ທັງໝົດ 252 ຄັ້ງຂຽນຂ່າວລາຍງານຂ່າວໃຫ້ສະຖານີວິທະຍຸກະຈາຍສຽງແຂວງສະຫວັນນະເຂດ, ໜັງສືພິມສະຫວັນພັດທະນາ ແລະ ສູນກາງໄດ້ ທັງໝົດ 246 ຂ່າວ, ພ້ອມທັງແຈກຢາຍໜັງສືພິມຕາມການສັ່ງຈອງຂອງກົມກອງຫ້ອງການອ້ອມຂ້າງເມືອງໄດ້ 1.536 ສະບັບ. ລົງເກັບກໍາສະຖິຕິສື່ມວນຊົນພາຍໃນເມືອງ ສົ່ງໃຫ້ແຂວງໄດ້ສໍາເລັດຕາມແຜນການ. ສ່ວນທາງດ້ານວັດທະນະທໍາ-ສັງຄົມ ໄດ້ລົງເປີດຮຽນເອກະສານກໍ່ສ້າງບ້ານວັດທະນະທໍາໄດ້ຈໍານວນ 10 ບ້ານເປົ້າໝາຍ, ມີຄອບຄົວວັດທະນະທໍາ ທັງໝົດ 1.786 ຄອບຄົວ, ທຽບໃສ່ແຜນການແມ່ນໄດ້ 100% ທາງດ້ານວຽກງານທ່ອງທ່ຽວໃນທົ່ວເມືອງ ມີບ້ານພັກທັງໝົດ 5 ແຫ່ງ, ໄດ້ອອກໃບອະນຸຍາດ 4 ແຫ່ງ, ມີຮ້ານອາຫານກິນດື່ມຈໍານວນ 12 ແຫ່ງ.
Editor: ນັກຂ່າວເມືອງອາດສະພັງທອງ