ປັດຈຸບັນ, ສະຖານທີ່ທ່ອງທ່ຽວ ໃນຮູບແບບຮຽນຮູ້ຕ່າງໆຍັງມີໜ້ອຍ, ສ່ວນຫລາຍແມ່ນ ເນັ້ນໃສ່ຄວາມບັນເທີງ ຫລື ການພັກຜ່ອນເທົ່ານັ້ນ, ແຕ່ ນາເດຍຟາມ ແມ່ນສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງນະຄອນຫລວງວຽງຈັນ ທີ່ເນັ້ນສົ່ງເສີມຮຽນຮູ້ການດຳລົງຊີວິດຂອງສັດ, ວັດທະນະທຳ, ການລົງຊີວິດຂອງຄົນລາວ, ການຜະລິດກະສິກຳ ໄປຄຽງຄູ່ກັບການພັກຜ່ອນແບບຄອບຄົວທີ່ອົບອຸ່ນ.
ທ່ານນາງ ພອນທິບ ບູລົມ ເຈົ້າຂອງນາເດຍຟາມ ໄດ້ໃຫ້ສຳພາດ ຕໍ່ທີມຂ່າວລາຍການເມືອງລາວວັນນີ້ ໃນທ້າຍເດືອນມັງກອນ 2018 ທີ່ຜ່ານມາວ່າ: ນາເດຍຟາມ ເລີ່ມເປີດໃຫ້ບໍລິການ ການທ່ອງທ່ຽວໃນທ້າຍປີ 2017 ໂດຍມີຈຸດປະສົງຫຼັກຂອງຟາມ ແມ່ນເພື່ອສົ່ງເສີມປີທ່ອງທ່ຽວລາວ 2018 ແລະ ສ້າງທາງເລືອກໃໝ່ໃຫ້ແກ່ມວນຊົນ,ໃນຮູບແບບການຮຽນຮູ້, ທັງເປັນການອະນຸລັກການດໍາລົງຊີວິດແບບບູຮານ, ໃຫ້ຄົນຮຸ່ນຫລັງໄດ້ເຫັນ ແລະ ໄດ້ຮຽນຮູ້ເຖີງການດຳລົງຊີວິດຂອງສັດ, ການດຳລົງຊີວິດຂອງຄົນລາວໃນສະໄໝບູຮານ, ການເພີ່ມພູນຜະລິດຜົນ ແລະ ຍັງເປັນສະຖານທີ່ພັກຜ່ອນແບບຄອບຄົວອີກດ້ວຍ, ເຊີ່ງຢູ່ໃນສະຖານທີ່ແຫ່ງນີ້ ນອກຈາກມີສະຖານທີ່ພັກຜ່ອນກິນດື່ມແບບຄົວຄົວແລ້ວ, ພິເສດຍັງມີສັດຫລາຍຊະນິດ ເຊັ່ນ: ນົກກະຈອກເທດ, ກວາງ, ແກະ,ກະຕ່າຍ, ແຂ້, ລີງ, ເໝັ້ນ, ເຕົ່າ, ເຫງັນ ແລະ ອື່ນໆ. ພ້ອມນີ້ ຍັງມີພິພິທະພັນນ້ອຍໆ ເພື່ອອະນຸລັກວັດຖຸ ແລະ ເຄື່ອງໃຊ້ທີ່ເກົ່າແກ່ ເຊັ່ນ: ພິພິທະະພັນລົດເກົ່າ, ພິພິທະພັນທະຫານ, ພິພິທະພັນເຮືອນລາວ, ພາຍໃນສວນຍັງໄດ້ຮີບໂຮມເອົາອຸປະກອນ ການຜະລິດກະສິກຳ, ເຄື່ອງຮັບໃຊ້ຊີວິດການເປັນຢູ່ປະຈຳວັນເຊັ່ນ: ຄົກມອງຕຳເຂົ້າ, ກີ່ຕໍ່າຫູກ, ອຸປະກອນຈັກສານ, ເຄື່ອງມືການຜະລິດກະສິກຳ, ນ້ຳສ້າງ ແລະ ອື່ນໆ ມາໄວ້ໃນສະຖານທີ່ ປະມານ 5 ເຮັກຕາ ເພື່ອໃຫ້ຜູ້ທີ່ມາທ່ຽວໄດ້ສຶກສາຮຽນຮູ້ນຳອີກ.
ນາເດຍຟາມ ຕັ້ງຢູ່ບ້ານນາຄູນນ້ອຍ, ເມືອງນາຊາຍທອງ ນະຄອນຫລວງວຽງຈັນ. ການເດີນທາງໄປ ກໍສະດວກສະບາຍໂດຍມີສອງເສັ້ນທາງໃຫ້ເລືອກຄື: ໄປຕາມເສັ້ນທາງທ່າງ່ອນກາຍຕະຫລາດທ່າງ່ອນປະມານ 1 ກິໂລແມັດ ຈະມີເສັ້ນທາງເບື້ອງຊ້າຍມື ເຊິ່ງເປັນເສັ້ນທາງຕັດອອກມາໃສ່ບ້ານນາຄູນນ້ອຍ ເມືອງນາຊາຍທອງ ແລະ ອີກເສັ້ນທາງໜຶ່ງແມ່ນໄປຕາມເສັ້ນທາງເລກທີ 13 ເໜືອ ກາຍ ຫ້ອງການປົກຄອງ ເມືອງນາຊາຍທອງ ປະມານ 2 ກິໂລແມັດ ກໍມີເສັ້ນທາງລ້ຽວຢູ່ເບື້ອງຂວາມື້ໄປຕາມເສັ້ນທາງ ປະມານ 4 ກິໂລແມັດ ກໍ່ຈະເຫັນທາງເຂົ້າ ນາເດຍຟາມ ຢູ່ເບື້ອງຊາຍມື.
ສໍາລັບ ຄ່າເຂົ້າສວນນາເດຍຟາມ ເດັກນ້ອຍທີ່ມີ ລວງສູງ 7 ຊັງຕີແມັດລົງມາ ແມ່ນບໍ່ໄດ້ເສຍຄ່າ, ກາຍນັ້ນຂຶ້ນໄປ ແມ່ນເສຍ 10.000 ກີບ/ຄົນ, ສ່ວນຜູ້ໃຫຍ່ແມ່ນ 17.000 ກີບ/ຄົນ, ຄ່າຝາກລົດໃຫຍ່ ແມ່ນບໍ່ໄດ້ເສຍ, ຄ່ານັ່ງຕູບບໍ່ໄດ້ເສຍ. ສຳລັບ ອາຫານການກິນ ແລະ ເຄື່ອງດື່ມກໍບໍ່ແພງລາຄາປົກກະຕິທົ່ວໄປ. ພິເສດສຳລັບ ນັກຮຽນທີ່ມາແບບເປັນຄະນະໂຮງຮຽນແມ່ນ ມີລາຄາພິເສດຫລຸດກວ່າປົກກະຕິ.
ມີສຽງສຳພາດທ່ານນາງ ພອນທິບ ບູລົມ ເຈົ້າຂອງນາເດຍຟາມ ມາໃຫ້ຮັບຟັງເພີ່ມຕື່ມ
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ