ພິທີມອບ-ຮັບໂຄງການກໍ່ສ້າງຂົວມິດຕະພາບລາວ-ຍີ່ປຸ່ນ ແຂວງ ເຊກອງ ແລະ ເປີດການນຳໃຊ້ຢ່າງເປັນທາງການໄດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 12 ກຸມພານີ້ ທີ່ຂົວຂ້າມນ້ຳເຊກອງ, ໃຫ້ກຽດເຂົ້າຮ່ວມມີທ່ານ ປອ ບຸນທອງ ຈິດມະນີ ຮອງນາຍຍົກລັດຖະມົນຕີ ປະທານກວດກາສູນກາງພັກ, ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງໆ ເຊກອງ,ທ່ານ ທາເຄຊິ ຣິຄີຮາຣະ ເອກອັກຄະລາດຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ຜູ້ຕາງໜ້າອົງການໄຈກ້າ ປະຈຳລາວ, ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານກຳມາທິການເສດຖະກິດແຜນການ-ການເງິນ ແລະ ກວດສອບ ສະພາແຫ່ງຊາດ, ມີທ່ານຮອງເຈົ້າແຂວງຈໍາປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະ ເຈົ້າເມືອງ ພ້ອມຫົວໜ້າພະແນກການ ແລະພະນັກງານອາວຸໂສບຳນານເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການດັ່ງກ່າວເປັນໂຄງການບູລິມະສິດຂອງລັດຖະບານ ໂຄງການກໍ່ສ້າງຂົວແຫ່ງນີ້ນອນຢູ່ໃນເສັ້ນທາງຫຼວງແຫ່ງຊາດເລກທີ 16 B, ເຊິ່ງມີຈຸດເລີ່ມຕົ້ນຈາກເທສະບານແຂວງເຊກອງ ຫາ ເມືອງດາກຈຶງ ຊາຍແດນລາວຫວຽດນາມ ມີຄວາມຍາວ 116 ກມ, ຂົວຂ້າມນໍາເຊກອງມີຄວາມຍາວ 300 ແມັດ: ໄດ້ອອກແບບກໍ່ສ້າງຕາມມາດຕະຖານເຕັກນິກຂອງສາກົນ, ເປັນຂົວເບຕົງເສີມເຫຼັກອັດແຮງແບບປະສົມ ລະຫວ່າງ ສາຍກາບຖ່ວງດຶງ ແລະ ຂາງແບບຮູບກັບ 4 ຫຼ່ຽມ, ສາມາດຮັບນໍ້າໜັກໄດ້ 800 ໂຕນ, ມີເສົາກາງນໍ້າ ແລະ ເສົາຫົວຂົວ 2 ເສົາ, ລະບົບຮາກຖານຈໍານວນໜຶ່ງຕອກດ້ວຍເສົາເຂັມ, ມີຈໍານວນ 17 ຕົ້ນ, ມີ 4 ຊ່ວງ, ຊ່ວງກາງນໍ້າທີ່ກວ້າງທີ່ 110 ແມັດ, ຄວາມກວາ້ງຂອງຂົວ 11 ແມັດ, ໜ້າທາງລົດແລ່ນ 8 ແມັດ, ທາງຍ່າງເບື້ອງລະ 1,5 ແມັດ, ໜ້າຂົວປູດ້ວຍຢາງຂົ້ວ, ໜາ 8 ຊັງຕີແມັດ, ມີທາງເຂົ້າຂົວ 2 ເບື້ອງ, ຍາວລວມ 527 ແມັດ, ກວ້າງ 10 ແມັດ, ປູດ້ວຍຢາງຂົ້ວ ໜາ 10 ຊັງຕີແມັດ, ມີລະບົບໄຟເຍືອງທາງ ແລະ ຂົວຄົບຊຸດ ເພື່ອຮັບປະກັນຄວາມປອດໄພໃນເວລາສັນຈອນຕອນກາງຄືນ; ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກອົງການໄຈກ້າ 121 ຕື້ 551 ລ້ານກີບ, ໂດຍແມ່ນບໍລິສັດ ໄຕເຊະ ຈາກປະເທດຍີ່ປຸ່ນເປັນຜູ້ຮັບເໝົາກໍ່ສ້າງ, ໂດຍສັນຍາໃນເບື້ອງຕົ້ນແມ່ນ 29 ເດືອນ ແຕ່ເນື່ອງຈາກມີຄວາມຜິດພາດທາງດ້ານເຕັດນິກ ຈຶ່ງໄດ້ຕໍ່ສັນຍາຕື່ມອີກ 10 ເດືອນ, ລວມເວລາການກໍ່ສ້າງແມ່ນ 39 ເດືອນ ໂດຍໄດ້ຮັບການໃກ້ຊິດຈາກຄະນະພັກ-ລັດ, ອຳນາດການປົກຄອງ ແລະ ຜຸ້ໃຫ້ທຶນ ແລະໄດ້ຮັບການສະໜັບສະໜູນ, ການຮ່ວມໄມ້ຮ່ວມມືຈາກອໍານາດການປົກຄອງທຸກຂັ້ນຕະຫຼອດຮອດພໍ່ແມ່ປະຊາຊົນຢູ່ທ້ອງຖິ່ນ ກໍຄືແຂວງເຊກອງ ຈິ່ງເຮັດໃຫ້ການກໍ່ສ້າງສຳເລັດ ແລະ ໄດ້ເປີດການນໍາໃຊ້ຢ່າງເປັນທາງການ.
Editor: ເເຂວງເຊກອງ