ຕາມການລາຍງານຈາກ ພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນ ປີ 2017 ຜ່ານມາ ທົ່ວແຂວງຄຳມ່ວນ ສາມາດຜະລິດເຂົ້າໄດ້ທັງໝົດ 312.386 ໂຕນ. ໃນນີ້ ຜະລິດເປັນສະບຽງອາຫານ 230.207 ໂຕນ ແລະ ເປັນສິນຄ້າ 82.179 ໂຕນ, ທຽບໃສ່ ແຜນການປີແມ່ນປະຕິບັດໄດ້ ພຽງແຕ່ 81,88% ຍ້ອນ ພື້ນທີ່ທຳການຜະລິດ ໄດ້ຮັບຜົນເສຍຫາຍ ຈາກພາຍຸ ເຖິງ 6.000 ກວ່າເຮັກຕາ.
ສຳລັບປີ 2018 ພະແນກກະສິກຳ ແລະ ປ່າໄມ້ ແຂວງ ໄດ້ວາງແຜນການຜະລິດເຂົ້າໃຫ້ໄດ້ 385.950 ໂຕນ ໃນເນື້ອ ທີ່ລວມນາແຊງ ແລະ ນາປີ 94.330 ເຮັກຕາ, ສະເລ່ຍຕໍ່ ຫົວຄົນ 941 ກິໂລຕໍ່ຄົນຕໍ່ປີ ແລະ ຄາດຈະມີເຂົ້າແຮໄວ້ປະມານ 271 ພັນໂຕນ, ການປູກພືດທັງລະດູແລ້ງ ແລະ ລະດູຝົນ ໃນເນື້ອທີ່ 14.700 ເຮັກຕາ, ຄາດຜົນຜະລິດທີ່ຈະໄດ້ຮັບ 116.750 ໂຕນ. ໃນນັ້ນ ປູກພືດລະດູ ແລ້ງ 9.400 ເຮັກຕາ, ຄາດຄະເນຜົນຜະລິດ 51.450 ໂຕນ.
ມາຮອດປັດຈຸບັນ ການປູກພືດລະດູແລ້ງ ປະຈຳປີ 2018 ປະຕິບັດໄດ້ແລ້ວ 6.826 ເຮັກຕາ ທຽບໃສ່ແຜນການເທົ່າກັບ 73% ແລະ ຍັງສືບຕໍ່ ດຳເນີນການຜະລິດຢູ່, ປູກພືດລະດູຝົນ 5.300 ເຮັກຕາ, ຄາດຄະເນຜົນຜະລິດ 65.450 ໂຕນ.
Editor: ແຂວງຄຳມ່ວນ