ໃນລະຫວ່າງ ວັນທີ 08-09 ກຸມພາ 2018 ນີ້ ຢູ່ທີ່ສະໂມສອນໃຫຍ່ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ຄັ້ງທີ IV ສະໄໝທີ່ II ຂື້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ທອງໃບ ລໍວັນໄຊ ກໍາມະການພັກແຂວງ, ເລຂາອົງຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ປະລິນຍາເອກ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງ ບໍລິຄໍາໄຊ, ມີຄະນະພັກກອງບັນຊາການ, ເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ຮາກຖານພັກບັນດາ ປກສ ເມືອງ 7 ຕົວເມືອງເຂົ້າຮ່ວມ.
ສະຫາຍ ພັນໂທ ບົວເຄືອ ລັດຕະນະວົງສາ ຮອງເລຂາອົງຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຂື້ນຜ່ານບົດສະຫຼຸບການນໍາພາຂອງຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ໃນໄລຍະ 06 ເດືອນຜ່ານມາ ແລະ ທິດທາງແຜນການ 3 ຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນຜົນງານໃນຫຼາຍດ້ານທີ່ກໍາລັງປ້ອງກັນຄວາມສະຫງົບ ແຂວງ ບໍລິຄໍາໄຊ ຍາດມາໄດ້ໃນໄລຍະຜ່ານມາ ຄະນະພັກ, ຄະນະບັນຊາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃນຖັນແຖວພະນັກງານ-ນັກຮົບໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ແນວທາງຂອງພັກ ແລະ ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານວິຊາສະເພາະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ໂດຍສົມທົບກັບອໍານາດການປົກຄອງແຕ່ລະຂັ້ນ ເພື່ອຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງທີ່ຂັ້ນເທິງວາງອອກໃຫ້ ພໍ່, ແມ່ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັັດ, ດ້ານວຽກງານກໍ່ສ້າງພັກ-ພະນັກງານ ສາມາດຂະຫຍາຍມະຫາຊົນກ້າວໜ້າເຂົ້າພັກສໍາຮອງໄດ້ 3 ສະຫາຍ,ຍິງ 1 ສະຫາຍ, ເລື່ອນສໍາຮອງຂື້ນສົມບູນ 10 ສະຫາຍ, ດ້ານແບບແຜນນໍາພາ-ບັນຊາ ແລະ ວິທີເຮັດວຽກ ຄະນະພັກໄດ້ເອົາໃຈໃສ່ປັບປຸງແບບແຜນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນຫມູ່ຄະນະ, ມອບໃຫ້ບຸກຄົນຮັບຜິດຊອບ, ວຽກງານກວດກາ, ຄຸ້ມຄອງ ແລະ ປ້ອງກັນພັກ ໄດ້ລົງກວດກາຕູ້ຄໍາຮ້ອງຟ້ອງ 12 ຄັ້ງ, ກວດກາຊີວະປະຫວັດພະນັກງານເຂົ້າພັກສໍາຮອງ ແລະ ສົມບູນ ໄດ້ 42 ສະບັບ, ເປີດກອງປະຊຸມແຈ້ງຊັບສິນ ໄດ້ 01 ຄັ້ງ, ດ້ານວຽກງານແກ້ໄຂ້ສະພາບປະກົດການຫຍໍ້ທໍ້ພາຍໃນສັງຄົມ ໂດຍສະເພາະ ການແກ້ໄຂບັນຫາຢາເສບຕິດ ເຈົ້າໜ້າທີ່ວິຊາສະເພາະໄດ້ເອົາໃຈໃສ່ວຽກງານຕ້ານ ແລະ ສະກັດກັ້ນເປັນກົກ ໂດຍການລົງໂຄສະນາອົບຮົມຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດໃຫ້ກັບພໍ່, ແມ່ປະຊາຊົນ, ຊາວໜຸ່ມ-ໄວໜຸ່ມ ຄຽງຄູ່ກັບວຽກງານຕ້ານ ແລະ ສະກັດກັ້ນ ການປາບປາມກໍ່ເປັນວຽກງານໜຶ່ງທີ່ສໍາຄັນ ແລະ ຈໍາເປັນຈະຕ້ອງຮີບດ່ວນແກ້ໄຂຢ່າງເດັດຂາດຕໍ່ຜູ້ເສບ ແລະ ຄ້າ-ຂາຍຢາເສບຕິດທຸກຊະນິດ ເພື່ອໃຫ້ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ເຊິ່ງໃນໄລຍະ 06 ເດືອນຜ່ານມາ ສາມາດແກ້ໄຂໄດ້ 30 ລາຍ, ກັກຜູ້ຄ້າ-ຂາຍໄດ້ 42 ຄົນ, ຍິງ 09 ຄົນ, ຍຶດຂອງກາງປະເພດຢາບ້າໄດ້ 3.823 ເມັດ, ກັນຊາແຫ້ງ 14 ກິໂລກຼາມ.
ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດ, ຄໍາເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າຢ່າງກົງໄປກົງມາເພື່ອເຮັດໃຫ້ບົດສະຫຼຸບດັ່ງກ່າວມີເນື້ອໃນທີ່ສົມບູນ ແລະ ຄົບຖ້ວນ. ໃນໂອກາດດັ່ງກ່າວ ກໍ່ໄດ້ມີການທາບທາມບຸກຄະລິກຕະພາບຂອງພະນັກງານນໍາພາ-ບັນຊາ ແລະ ຮັບຟັງການເຜີຍແຜ່ມະຕິເລກທີ 022/ຄລສພ, ລົງວັນທີ 13 ມັງກອນ 2018 ວ່າດ້ວຍການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນການສໍ້ລາດບັງຫຼວງ, ມະຕິເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຖານຂອງພະນັກງານນໍາພາ-ຄຸ້ມຄອງ, ທີ່ປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາຮ່າງມະຕິຂອງກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຄັ້ງທີ IV ສະໄໝທີ II ຕື່ມອີກ.
Editor: ປກສ ແຂວງບໍລິຄຳໄຊ