ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ, ອຳນວຍການໂຮງງານ ເຄແອນບີ ເຟີນີເຈີ ໄດ້ກ່າວວ່າ ຈະເປັນໂອກາດທີ່ຍິ່ງໃຫຍ່ຂອງຊາວນະຄອນຫຼວງ ກໍ່ຄືປະຊາຊົນລາວໃນທົ່ວປະເທດ ທີ່ຈະໄດ້ເຂົ້າເລືອກຊື້-ເລືອກໃຊ້ສິນຄ້າເຟີນີເຈີລະດັບແຖວໜ້າປະເທດ. ດ້ວຍສິນຄ້າຫຼາຍກວ່າ 100 ລາຍການ ຜ່ານການອອກແບບລວດລາຍທີ່ສວນງາມ, ໂດດເດັ່ນ, ເປັນເອກະລັກ ແລະ ບໍ່ມີໂຮງງານໄດ້ຄື ເຊິ່ງຈຸດນີ້ຖືວ່າເປັນຈຸດຂາຍຂອງໂຮງງານພວກເຮົາຕະຫຼອດມາ.
ສໍາລັບ ເປົ້າໝາຍຂອງງານວາງສະແດງສິນຄ້າເຟີນີເຈີ້ວຽງຈັນ ແມ່ນເນັ້ນການອອກແບບທີ່ຕະຫຼາດຕ້ອງການ, ທີ່ສຳຄັນ ສິນຄ້າຕ້ອງມີລັກສະນະສະໜັບສະໜູນປີທ່ອງທ່ຽວລາວ 2018 ຊຶ່ງສາມາດພົກພາໄປ ເພື່ອເປັນຂອງຝາກຂອງຕ້ອນເຊິ່ງກັນ ແລະ ກັນ. ໂຮງງານເຄແອນບີ ເຟີນີເຈີ ຈຸດເດັ່ນຂອງສິນຄ້າແມ່ນ ນໍາໃຊ້ໄມ້ເນື້ອແຂງທີ່ມີຄຸນຄ່າ ຂອງປະເທດເຮົາ ປະສົມປະສານ ກັບການອອກແບບຂອງນາຊ່າງທີ່ມີປະສົບການ ຫຼາຍກວ່າ 20 ປີ, ເຊິ່ງສ່ວນຕົວຂອງຂ້າພະເຈົ້າເອງກໍ່ ເຮັດວຽກຕິດພັນກັບເຟີນີເຈີມາແລ້ວຫຼາຍກວ່າ 30ປີ ເຊິ່ງເປັນສິ່ງຢືນຢັນວ່າ ສິນຄ້າແຕ່ລະຢ່າງ ຂອງໂຮງງານເຄແອນບີເຟີນີເຈີ ຜະລິດອອກມາໄດ້ຢ່າງສວຍງາມໂດດເດັ່ນ, ມີຄວາມປານີດ ສະທ້ອນໃຫ້ເຫັນເຖິງວັດທະນະທຳຂອງລາວເຮົາ ພ້ອມນັ້ນ ກໍ່ຍັງ ຮັບຜະລິດສິນຄ້າຕາມຄວາມຕ້ອງການຂອງລູກຄ້າສັ່ງໄດ້ຕື່ມ.
ຈຸດປະສົງ ໃນການຈັດງານວາງສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 3 ປະຈຳປີ 2018 ນີ້ ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຕາມເນື້ອໃນຈິດໃຈຂອງຂັ້ນເທີງວາງອອກໃຫ້ປະກົດໝາຍເປັນຈິງເທື່ອລະກ້າວ, ໂດຍສະເພາະ ແຈ້ງການເລກທີ 15/ນຍ ລົງວັນທີ 13/3/2013 ແລະ ເປັນການສ້າງກິດຈະກໍາຕ້ອນຮັບປີທ່ອງທ່ຽວລາວ 2018, ທັງເປັນການສົ່ງເສີມໃຫ້ສັງຄົມຮູ້ຈັກກັບຜະລິດຕະພັນໄມ້ເຟີນີເຈີໄມ້ລາວຫຼາຍຂຶ້ນ, ເປີດຕະຫຼາດເຟີນີເຈີໃຫ້ກວ້າງຂຶ້ນ ສາມາດເຂົ້າສູ່ຕະຫຼາດພາກພື້ນ ແລະ ສາກົນໄດ້ໃນອະນາຄົດ ເຖິງແມ່ນວ່າຂອດການສົ່ງອອກສິນຄ້າເຟີນິເຈີຂອງລາວ ອາດຈະບໍ່ກົງກັບໃຈ ແລະ ຄວາມຕ້ອງການຂອງລູກຄ້າຕ່າງປະເທດກໍ່ຕາມ.
Editor: ຕະວັນ ແສງສະຫວັນ