ບາງລາຍການສິນຄ້າ ມີການປັບລາຄາຂື້ນລົງ ຕາມລະດູການ ໂດຍສະເພາະປະຈຸບັນ ລາຄາສິນຄ້າໃນທ້ອງຕະຫລາດ ມີການເຫນັງຕິງ ຢູ່ເລື້ອຍໆ ໂດຍສະເພາະສິນຄ້າທີ່ກະທົບໄວ ຕໍ່ການດໍາລົງຊີວິດການເປັນຢູ່ ເຊັ່ນ: ພືດ-ຜັກ ມີການປັບປ່ຽນ ຢູ່ຕະຫລອດ ບວກກັບສະພາບອາກາດ ແລະ ລະດູການ ທີ່ມີການປ່ຽນແປງ ເຊີ່ງພຶດຜັກບາງຊະນິດ ຖ້າປູກຕາມລະດູການ ກໍ່ຈະເຮັດໃຫ້ມີຜົນຜະລິດທີ່ດີຫລາຍ ແຕ່ລາຄາພັດລົງຕໍ່າ.
ແຕ່ຖ້າພຶດຜັກບາງຊະນິດເລືອກລະດູປູກ ຈະເຮັດໃຫ້ຜັກຊະນິດນັ້ນປູກຍາກ ແລະ ລາຄາກໍ່ມັກປັບຕົວຂຶ້ນສູງເປັນພິເສດ. ສໍາລັບການສົມທຽນລາຄາ ລະຫວ່າງ ຕະຫລາດໃນນະຄອນຫລວງວຽງຈັນ ແລະ ຕະຫລາດ ຢູ່ທີ່ຕ່າງແຂວງ ໃນປະຈຸບັນ ເຫັນວ່າ ບາງຢ່າງມີຄວາມແຕກຕ່າງກັນ ແລະ ບາງຢ່າງກໍ່ຄ້າຍໆກັນ.
ສະເພາະ ທີ່ນະຄອນຫລວງວຽງຈັນ ສິນຄ້າ ທີ່ມີການເຫນັງຕິງຫລາຍທີ່ສຸດໃນໄລຍະນີ້ ແມ່ນ ຫມາກນາວ ລາຄາ ປະມານ 25-30 ພັນກີບ/ກິໂລ ໃນໄລຍະປີໃຫມ່ຫວຽດນາມ ແລະ ຊາວຈີນ, ແຕ່ປະຈຸບັນ ປັບລົງມາຢູ່ທີ່ລາຄາ 12-16 ກີບ/ກິໂລ, ຫມາກເຜັດ 20 ພັນກີບ/ກິໂລ, ຜັກກາດດອກ 6 ພັນກີບ/ກິໂລ, ຜັກກາດຂາວ 4 ພັນກີບ/ກິໂລ, ຫມາກຖົ່ວ 6 ພັນກີບ/ກິໂລ, ຜັກບົ່ວ 10 ພັນກີບ/ກິໂລ, ຜັກບົ້ງ 4 ພັນກີບ/ກິໂລ, ຫອມປ້ອມ 8 ພັນກີບ/ກິໂລ, ເຫັດນາງຟ້າ 20 ພັນກີບ/ກິໂລ. ສ່ວນວ່າລາຄາສີນຄ້າ ຈໍາພວກປະເພດຊີ້ນ ໃນນັ້ນຊີ້ນຫມູ ປະເພດ1 ລາຄາ 33 ພັນກີບ/ກິໂລ, ຊີ້ນງົວປະເພດຫນຶ່ງ 75 ພັນກີບ/ກິໂລ ແລະ ຊີ້ນຄວຍປະເພດ 1 ລາຄາ 75 ພັນກີບ/ກິໂລ.
ສະເພາະຕ່າງແຂວງ ຖ້າມາສົມທຽບໃສ່ກັບຕະຫລາດນະຄອນຫລວງວຽງຈັນ ບາງປະເພດສິນຄ້າແມ່ນຫລຸດລື່ນກັນ ແລະ ບາງປະເພດສິນຄ້າ ແມ່ນໃກ້ຄຽງກັນ. ລວມທັງພາກເຫນືອ ແລະ ພາກໄຕ້.
Editor: ກຳປານາດ ລັດຖະເຮົ້າ