ພິທີມອບ-ຮັບໃບຢັ້ງຢືນຕະຫລາດມາດຕະຖານ ໃຫ້ກັບຕະຫລາດໂຊກທະວີ ໄດ້ຈັດຂື້ນໃນວັນທີ 6 ກຸມພາ
2018 ຜ່ານມາມາ ຢູ່ທີ່ ສະໂມສອນປົກຄອງເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດມອບຂອງທ່ານ ບຸນທຽນ ແກ້ວສີພາ, ຫົວຫນ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຮັບໂດຍທ່ານ ຄູນມີ ໂຊກທະວີ, ເຈົ້າຂອງຕະຫລາດໂຊກທະວີ, ໂດຍການເຂົ້າຮ່ວມ ຂອງທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ຄູນມີ ໂຊກທະວີ ເຈົ້າຂອງຕະຫລາດ ໂຊກທະວີ ກ່າວບາງຕອນວ່າ: ຕະຫລາດໂຊກທະວີ ແມ່ນໄດ້ຮັບອະນຸຍາດສ້າງຕັ້ງໃນປີ 2014 ແລະ ໄດ້ຈັດແບ່ງການກໍ່ສ້າງເປັນ 2 ໄລຍະ ຊຶ່ງໄລຍະທຳອິດ ແມ່ນສ້າງສຳເລັດແລ້ວ ແລະ ເປີດໃຫ້ຊາວຄ້າຂາຍເຂົ້າມາຈັບຈອງພື້ນທີ່ເພື່ອຂາຍສິນຄ້າຂອງຕົນແລ້ວ, ພ້ອມດຽວກັນນັ້ນ ການດຳເນີນການກໍ່ສ້າງໄລຍະທີ່ສອງ ຊຶ່ງຫາກໍ່ສ້າງສຳເລັດວ່າງບໍ່ດົນມານີ້ ກໍ່ພ້ອມເປີດໃຫ້ຊາວຄ້າຂາຍເຂົ້າມາຈັບຈອງພື້ນທີ່ເພື່ອຂາຍແລ້ວ. ທັງນີ້ ກໍ່ເພື່ອແນ່ໃສ່ສ້າງໃຫ້ເປັນຕະຫລາດຊຸມຊົນຂອງບ້ານ, ເປັນບ່ອນຊື້-ຂາຍສິນຄ້າອຸດສາຫະກຳ, ກະສິກໍາ ແລະ ຜົນຜະລິດຕ່າງໆຂອງພໍ່ແມ່ປະຊາຊົນພາຍໃນເມືອງນາຊາຍທອງ ແລະ ເມືອງອ້ອມຂ້າງ ແລະ ໃນປະຈຸບັນ ຕະຫລາດໂຊກທະວີ ໄດ້ຮັບໃບຢັ້ງຢືນຕະຫລາດມາດຕະຖານ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ເປັນທີ່ຮຽບຮ້ອຍແລ້ວ.
ກ່ອນທີ່ຈະໄດ້ຮັບ ໃບຢັ້ງຢືນຕະຫລາດມາດຕະຖານ, ຕະຫລາດໂຊກທະວີ ຕ້ອງຜ່ານມາດຕະຖານການລົງກວດກາຕະຫລາດ ເພື່ອສ້າງໃຫ້ເປັນຕະຫລາດມາດຕະຖານ ເຖິງ 2 ຄັ້ງ ໃນນັ້ນ ກໍ່ຈະປະກອບດ້ວຍມາດຖານ ແລະ ເງື່ອນໄຂຂອງຕະຫລາດມາດຕະຖານ ຈຳນວນ 18 ຂໍ້ ດັ່ງລຸ່ມນີ້: 1 ເນື້ອທີ່ຂອງອາຄານຕ້ອງມີຂະຫນາດໃຫຍ່ ຫລື ກາງ. 2 ຕຶກອາຄານຕ້ອງມີໂຄງສ້າງຖາວອນ, ພື້ນຕຶກອາຄານແຂງ ລຽບພຽງ ແລະ ບໍ່ມີນ້ໍາຂັງ, ຫລັງຄາມຸງດ້ວຍວັດຖຸທົນຕໍ່ໄຟ ຄວາມສູງຂອງຫລັງຄາຕ້ອງມີຂະຫນາດເຫມາະສົມໃນການລະບາຍອາກາດ ດ້ວຍວິທີທຳມະຊາດ, ແຕ່ຖ້າຕຶກອາຄານທີ່ມີເຄື່ອງລະບາຍອາກາດ ຫລັງຄາບໍ່ຈຳເປັນສູງກະໄດ້. 3 ຕ້ອງມີຮ້ານຂາຍ ຈໍານວນ 200 ກວ່າຮ້ານຂື້ນໄປ ແລະ ຂະຫນາດຮ້ານຕ້ອງ 3 ຄູນ 3 ແມັດ. 4 ບ່ອນວາງຂາຍສິນຄ້າຕ້ອງສູງ ປະມານ 60 ຊັງຕີແມັດ ແລະ ມີທາງຄົນຍ່າງກວ້າງ 1,5 ແມັດ. 5 ມີຫ້ອງການຈັດສັນຕະຫລາດ. 6 ສະຖານທີຈອດລົດ ຕ້ອງເຫມາະສົມກັບຜູ້ຊື້ ແລະ ຜູ້ຂາຍ. 7 ມີຈຸດບໍລິການວັດແທກຊັ່ງຜ່ອງ ຊິງກາງ. 8 ມີສາງ ຫລື ເຄື່ອງແຊເຢັນ ສຳລັບເກັບຮັກສາອາຫານສົດ ເຊັ່ນ: ຜັກ, ປາ, ຊີ້ນ. 9 ມີທາງອ້ອມຕຶກອາຄານ ທາງເຂົາອອກ ລວງກ້ວາງ 4 ແມັດຂື້ນໄປ. 10 ຫ້ອງນ້ໍາ ຕ້ອງຕັ້ງຢູ່ບ່ອນເຫມາະສົມນອກຕຶກອາຄານ, ສະອາດ, ມີລະບົບກັ່ນຕ້ອງທີ່ໄດ້ມາດຕະຖານ. 11 ມີລະບົບລະບາຍນ້ໍາເສຍ. 12 ມີລະບົບແສງສະຫວ່າງພຽງພໍ. 13 ມີຈຸດກວດຄຸນນະພາບສິນຄ້າ, ສຸຂະອະນາໄມ ພືດ ແລະ ສັດ. 14 ບ່ອນປ່ຽນຖ່າຍສິນຄ້າຕ້ອງມີບໍລິເວນໃດຫນຶ່ງ ຢ່າງເປັນລະບຽບ ເພື່ອຮອງຮັບສິນຄ້າໃນແຕ່ລະມື້ ແລະ ຕ້ອງຢູ່ໃກ້ກັບຕຶກອາຄານ ເພື່ອສະດວກໃນການສົ່ງສິນຄ້າ. 15 ມີການແບ່ງເຂດສິນຄ້າແຕ່ລະປະເພດ. 16 ມີລະບົບປ້ອງກັນອັກຄີໄພ, ລະບົບນ້ໍາປະປາຢ່າງພຽງພໍ. 17 ມີຮົ້ວອ້ອມຕະຫລາດ ແລະ 18 ມີບ່ອນເກັບມ້ຽນຂີ້ເຫຍື່້ອ ຢ່າງເຫມົາສົມ.
ສະນັ້ນ ຜ່ານການກວດກາຕິດຕາມ ຄັ້ງທີ 1 ແລະ 2 ຂອງຄະນະກຳມະການກວດກາຕະຫລາດ ເພື່ອປະເມີນ ແລະ ລາຍງານທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃນການອອກໃບຢັ້ງຢືນຮັບຮອງເອົາຕະຫລາດ ໂຊກທະວີ ເປັນຕະຫລາດມາດຕະຖານ ຕາມຂໍ້ຕົກລົງວ່າດ້ວຍຕະຫລາດ ເລກທີ 0903/ອຄ.ຄພນ ລົງວັນທີ 20 ພຶດສະພາ 2013 ຮັບຮ້ອງຕະຫລາດໂຊກທະວີ, ທີ່ຕັ້ງຢູ່ບ້ານຫ້ວຍນໍ້າເຢັນ, ເປັນຕະຫລາດ ມາດຕະຖານ ຂອງເມືອງນາຊາຍທອງ, ນະຄອນຫລວງວຽງຈັນ.
ມີສຽງກ່າວບາງຕອນຂອງ ທ່ານ ຄູນມີ ໂຊກທະວີ ເຈົ້າຂອງຕະຫລາດ ໂຊກທະວີ ມາໃຫ້ຮູ້ເຖິງແນວຄວາມຄິດລິເລີ່ມໃນການສ້າງຕັ້ງຕະຫລາດ ດັ່ງກ່າວ.
ປ່ອຍສຽງກ່າວ
Editor: ຕະວັນ ແສງສະຫວັນ