ໂຄງການປັບປຸງການຂົນສົ່ງສາທາລະນະໃນຕົວເມືອງນະຄອນຫຼວງວຽງຈັນ ທີ່ດໍາເນີນການໂດຍລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ເພື່ອເພີ່ມປະສິດທິພາບຂອງການເດີນທາງດ້ວຍລົດເມສາທາລະນະ ແລະ ເພິ່ມຈຳນວນການຊົມໃຊ້ລົດເມໃນນະຄອນຫລວງວຽງຈັນ ໃຫ້ຫຼາຍຂຶ້ນ, ລັດຖະບານຍິ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລ້າ ກໍຄື ໄດ້ມອບລົດເມຂະໜາດໃຫຍ່ຈຳນວນ 42 ຄັນ ຕັ້ງແຕ່ປີ 2011 ຫາ 2012. ຄຽງຄູ່ໄປກັບການຊ່ວຍເຫຼືອດັ່ງກ່າວ, ອົງການໄຈກ້າ ຍັງໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກນັບຕັ້ງແຕ່ປີ 2012 ຫາ 2015 ເພື່ອພັດທະນາການບໍລິການລົດເມໃນຕົວເມືອງ ປະກອບມີ: ການປັບປຸງການຈັດການ-ບໍລິການ, ການຮ່າງນະໂຍບາຍ ແລະ ແຜນການສັນຈອນສໍາຫຼັບລົດເມສາທາລະນະ ຂອງລັດວິສາຫະກິດລົດເມ ນະຄອນຫຼວງ. ເຖິງວ່າໄດ້ສຳເລັດໂຄງການການຊ່ວຍເຫຼືອທາງດ້ານເຕັກນິກແລ້ວກໍຕາມ, ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ມີຄວາມຈຳເປັນຕ້ອງໄດ້ປັບປຸງການບໍລິຫານດ້ານການເງິນ ແລະ ວາງແຜນການບໍລິການຢ່າງມີປະສິດທິພາບ ລັດຖະບານລາວ ຈິ່ງໄດ້ສະເໜີຂໍການຊ່ວຍເຫຼືອເພີ່ມເຕີມຈາກປະເທດຍິ່ປຸ່ນໃນການຊ່ວຍເຫຼືອທາງດ້ານເຕັກນິກໄລຍະ 2.
ດັ່ງນັ້ນ, ໂຄງການໄລຍະ 2 ໄດ້ຮັບການສ້າງຂື້ນພາຍໃຕ້ຊື່ທີ່ວ່າ City 2 ເພື່ອປັງປຸງລະບົບພາຍໃນອົງການຂອງລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ແລະ ໄດ້ທົດລອງແລ່ນລົດເມສາຍໄອເຕັກເລີ່ມແຕ່ວັນທີ 15 ພະຈິກ 2017 ແລະ ສາຍສະໜາມບິນໃນວັນທີ 18 ມັງກອນ 2018 ໂດຍນຳໃຊ້ລົດເມຈຳນວນ 34 ຄັນ ທີ່ໄດ້ຮັບມາຈາກເມືອງ ກຽວໂຕ ປະເທດຍິ່ປຸ່ນ, ເພື່ອຫລຸດຜ່ອນການສັນຈອນທີ່ແອອັດ ຕາມເສັ້ນທາງຕ່າງໆ ພາຍໃນນະຄອນຫລວງວຽງຈັນ ໂດຍນຳໃຊ້ລະບົບເຕັກໂນໂລຊີຖານຂໍ້ມູນ ແລະ ການສື່ສານ (ICT) ທີ່ທັນສະໄໝມາຕິດຕັ້ງເພື່ອນັບ ຈໍານວນຜູ້ໂດຍສານ, ຕິດຕາມສະພາບການສັນຈອນ, ແລະ ລົດເມທີ່ໄດ້ ມາດຕະຖານ ຄືກັບໄດ້ຂື້ນລົດເມທີ່ເມືອງກຽວໂຕ ຂອງຍິ່ປຸ່ນ, ປັດຈຸບັນ ໂຄງການ City 2 ທີ່ລັດວິສາຫະກິດລົດເມນະຄອນຫລວງວຽງຈັນ ຈັດຕັ້ງປະຕິບັດ ໂດຍການຊ່ວຍເຫລືອຂອງອົງການໄຈກ້າ ພວມຢູ່ໃນຂັ້ນຕອນທົດລອງ ແລະ ຈະໄດ້ປະເມີນຜົນໄດ້ຮັບອີກເທື່ອໜຶ່ງເພື່ອປັບປຸງໃຫ້ໂຄງການ ໄດ້ຮັບຜົນສໍາເລັດ ແລະ ເຮັດໃຫ້ມວນຊົນຫັນມາຊົມໃຊ້ລົດເມສາທາລະນະນັບມື້ຫລາຍຂຶ້ນ ເພື່ອຫລຸດຜ່ອນການສັນຈອນທີ່ແອອັດໃນນະຄອນຫລວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ