ວັນທີ 2 ມີນາ 2018 ບັນດາຄະນະສື່ມວນຊົນລາວ ໄດ້ສຶບຕໍ່ທັດສະນະຢ້ຽມຢາມ ຕື່ມອີກ ໃນ 2 ໂຄງການ ຄື: ໂຄງການຂະຫຍາຍອາຄານຜູ້ໂດຍສານ ສະໜາມບິນສາກົນວັດໄຕ ແລະ ໂຄງການປັບປຸງການຂົນສົ່ງສາທາລະນະໃນຕົວເມືອງນະຄອນຫຼວງວຽງຈັນ
ສໍາລັບໂຄງການຂະຫຍາຍອາຄານຜູ້ໂດຍສານ ສະໜາມບິນສາກົນວັດໄຕ: ຈຸດປະສົງຂອງໂຄງການນີ້ ເພື່ອຕອບສະໜອງຄວາມຕ້ອງການທີ່ເພິ່ມຂື້ນຂອງການໂດຍສານທາງອາກາດໃນລາວ, ເພີ່ມປະສິດທິພາບ ແລະ ຄວາມປອດໄພໃຫ້ສູງຂຶ້ນໃນການດໍາເນີນວຽກງານສະໜາມບິນໂດຍການຂະຫຍາຍອາຄານຜູ້ໂດຍສານສາກົນ ແລະ ກໍ່ສ້າງອາຄານຜູ້ໂດຍສານພາຍໃນໃໝ່ ໂດຍນຳໃຊ້ແນວຄິດສະໜາມບິນ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຫຼື Eco-Airpot ເປັນຄັ້ງທຳອິດເພື່ອຫຼຸດຜ່ອນຜົນກະທົບທາງດ້ານສິ່ງແວດລ້ອມທີ່ມາພ້ອມກັບການດໍາເນີນວຽກງານສະໜາມບິນ ແລະ ນໍາໃຊ້ການອອກແບບທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ເຕັກໂນໂລຊີ ເພື່ອປະຫຍັດພະລັງງານ. ໂຄງການນີ້ເລີ່ມລົງມືຈັດຕັ້ງປະຕິບັດວຽກງານຕົວຈິງໃນວັນທີ 9 ທັນວາ 2015 ໂດຍແມ່ນບໍລິສັດ ຮາຊາມະ ເອັນໂດະ ຄຣໍເປເຣເຊີນ ( HAZAMA ANDO CORPORATION ) ເປັນຜູ້ຮັບເໝົາກໍ່ສ້າງ, ມູນຄ່າການກໍ່ສ້າງທັງ ໝົດ 61 ລ້ານໂດລ່າສະຫະລັດ, ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດ ຖະບານຍິ່ປຸ່ນ ໃນວົງເງິນກູ້ຢືມດອກເບ້ຍຕໍ່າ ໄລຍະໃຊ້ຄືນ 30 ປີ. ມາຮອດປັກຈຸບັນ ສຳເລັດແລ້ວຫລາຍກ່ວາ 80%, ຄາດວ່າຈະສໍາເລັດຮ້ອຍສ່ວນຮ້ອຍພາຍໃນເດືອນ ມິຖຸນາ 2018 ນີ້, ຖ້າສຳເລັດຈະສາມາດຮອງຮັບຜູ້ໂດຍສານໄດ້ເຖີງ 3 ລ້ານຄົນຕໍ່ປີ.
Editor: ກຳປານາດ ລັດຖະເຮົ້າ