ສື່ມວນຊົນລາວຈາກພາກສ່ວນຕ່າງຯ ຈຳນວນ 19 ຄົນ ເຂົ້າຮ່ວມການທັດສະນະສຶກສາຂອງຄະນະສື່ມວນຊົນໃນການຢ້ຽມຢາມໂຄງການຮ່ວມມືເພື່ອການພັດທະນາຂອງປະເທດຍິ່ປຸ່ນ ໃຫ້ແກ່ລາວໃນ ວັນທີ 1-2 ມີນາ 2018 ຜ່ານມານີ້ ໂດຍແມ່ນສະຖານທູດຍິ່ປຸ່ນ ແລະ ອົງການໄຈກ້າ ປະຈໍາ ສປປ ລາວ ຈັດຂຶ້ນໂດຍໄດ້ຢ້ຽມຢາມ 4 ໂຄງການຊຶ່ງຖືວ່າເປັນໂຕແທນຂອງບັນດາໂຄງການຊ່ວຍເຫລືອຈາກຍິ່ປຸ່ນໃຫ້ແກ່ລາວ ຄື: ໂຄງການອາສາສະໝັກທີ່ໂຮງໝໍເມືອງ ທຸລະຄົມ ແຂວງ ວຽງຈັນ, ໂຄງການຂະຫຍາຍກໍາລັງຜະລິດໄຟຟ້າເຂື່ອນໄຟຟ້ານ້ຳງື່ມ 1 ແຂວງວຽງຈັນ, ໂຄງການຂະຫຍາຍອາຄານຜູ້ໂດຍສານ ສະໜາມບິນສາກົນວັດໄຕ, ແລະ ໂຄງການປັບປຸງການຂົນສົ່ງສາທາລະນະໃນຕົວເມືອງນະຄອນຫຼວງວຽງຈັນ
1).ໂຄງການອາສາສະໝັກທີ່ໂຮງໝໍເມືອງ ທຸລະຄົມ ແຂວງ ວຽງຈັນ ເພື່ອຕິດຕາມເບິ່ງການປະຕິບັດໜ້າທີ່ຂອງ ທ່ານນາງ ຮາຣຸກະມິ ຢາບາຢະຊິ, ອາສາສະໝັກຈາກອົງການໄຈກ້າ ໃນດ້ານຂະແໜງຜະດຸງຄັນ, ເລີ່ມເຮັດວຽກໃນນາມເປັນອາສາສະໝັກຊາວໜຸ່ມທີ່ໂຮງໝໍເມືອງ ທຸລະຄົມ ແຕ່ວັນທີ 1 ພະຈິກ 2016 ທີ່ພວມເຮັດວຽກຮ່ວມກັບຄູ່ຮ່ວມງານຄົນລາວຢ່າງໃກ້ຊິດ ແລະ ໄດ້ປະກອບສ່ວນສຳຄັນເຂົ້າໃນການປັບປຸງສຸຂະພາບແມ່ ແລະ ເດັກພາຍໃນເມືອງ ທຸລະຄົມ. ປັດຈຸບັນ ທ່ານນາງ ຮາຣຸກະມິ ຢາບາຢະຊິ ຍັງເຫຼືອເວລາໃນການເຮັດວຽກຢູ່ໂຮງໝໍເມືອງ ທຸລະຄົມ 7 ເດືອນ ກ່ອນສັນຍາພາລະກິດຈະໝົດອາຍຸ ແລະ ຕ້ອງໄດ້ກັບຄືນປະເທດ.
2). ໂຄງການຂະຫຍາຍກໍາລັງຜະລິດໄຟຟ້າເຂື່ອນໄຟຟ້ານ້ຳງື່ມ1 ແຂວງວຽງຈັນ ທີ່ໄດ້ຈັດພິທີວາງສີສາລຶກໂຄງການຢ່າງເປັນທາງການໃນວັນທີ ວັນທີ 20 ຕຸລາ 2017 ໂດຍໄດ້ຮັບການຊ່ວຍເຫຼືອດ້ານການເງິນພາຍໃຕ້ໂຄງການກູ້ຢືມ ມູນຄ່າ 5 ຕື້ 545 ລ້ານເຢນ ຈາກລັດຖະບານຍິ່ປຸ່ນ ເພື່ອເພິ່ມກຳລັງຜະລິດພະລັງງານໄຟຟ້າອີກ 40 ( ເມກາວັດ) MW ເຂົ້າໃສ່ການຜະລິດພະລັງງານໄຟຟ້າທີ່ມີຢູ່ປັດຈຸບັນ 155 MW. ມາຮອດປັດຈຸບັນ ການຈັດຕັ້ງປະຕິບັດໂຄງການສຳເລັດແລ້ວ 20%, ຄາດວ່າຈະໃຫ້ສຳເລັດຮ້ອຍສ່ວນຮ້ອຍພາຍໃນ ເດືອນ ສິງຫາ 2020.
Editor: ກຳປານາດ ລັດຖະເຮົ້າ