ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດ ວຽກງານປີ 2017 ແລະ ວາງແຜນສືບຕໍ່ປີ 2018 ຂອງໂຄງການກະສິກໍາຊຸມຊົນ ເມືອງທ່າແຕງ ໄດ້ຈັດຂື້ນທ້າຍເດືອນກຸມພາ 2018 ຜ່ານມານີ້ ຢູ່ທີ່ສະໂມສອນເມືອງ ທ່າແຕງ, ແຂວງ ເຊກອງ ພາຍໄຕ້ເປັນປະທານຂອງທ່ານ ພູເຂົາ ລາດຊະບັນດິດ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ ທ່າແຕງ, ມີທ່ານນາງ ຄໍາມາພອນ ນະສະໄໝ ຜູ້ບໍລິຫານໂຄງການກະສິກໍາຊຸມຊົນ ປະຈໍາເມືອງທ່າແຕງ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າ-ຮອງເຂດພັດທະນາ, ຄະນະພັດທະນາຂັ້ນແຂວງ, ຂັ້ນເມືອງ-ບ້ານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ຄໍາມາພອນ ນະສະໄໝ ຜູ້ບໍລິຫານໂຄງການກະສິກໍາຊຸມຊົນ ປະຈໍາ ເມືອງທ່າແຕງ ໄດ້ຊີ້ໃຫ້ເຫັນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີສົກ 2017 ເຊິ່ງມີຫຼາຍກິດຈະກໍາໄດ້ປະສົບຜົນສໍາເລັດຕາມເປົ້າໝາຍຂອງໂຄງການ ໂດຍສະເພາະ 12 ບ້ານເປົ້າໝາຍ ໂດຍໄດ້ສຸ່ມໃສ່ວຽກງານກະສິກໍາ,ສາທາ ລະນະສຸກ, ສຶກສາທິການ ແລະ ກິລາ ແລະ ວຽກພັດທະນາສັງຄົມ ແນໃສ່ໃຫ້ປະຊາຊົນພາຍໃນ 12 ບ້ານດັ່ງກ່າວ ຮຽນຮູ້ວິທີການເຮັດນໍ້າສະກັດຊີວະພາບ, ສຸຂະສຶກສາກ່ຽວກັບການປູກເຂົ້າ, ການປ່ຽນແປງຂອງສະພາບອາກາດ ແລະ ສ່ວນຜັກ, ແນວພັນຕ່າງໆ, ການລ້ຽງຈິ່ຫຼີດ, ປາ, ກົບ, ເຮັດສຸຂະສຶກສາຄວາມສະອາດຂອງບ້ານ, ການກໍ່ສ້າງນໍ້າປະປາຊຸມຊົນ, ການເກັບກໍາຂໍ້ມູນອື່ນໆ, ການກໍ່ສ້າງວິດຖ່າຍ, ຝຶກອົບຮົມແຕ່ລະໜ້າວຽກ, ຕິດຕາມເຮັດກິດຈະກໍາລວມ, ການປັບປຸງຄະນະພັດທະນາ, ສ້າງກຸ່ມທ້ອນເງິນພາຍໃນບ້ານ ພ້ອມນໍາພາປະຊາຊົນໄປທັດສະນະສຶກສາພາຍໃນບ້ານເປົ້າໝາຍ ເພື່ອຖອດຖອນບົດຮຽນ ແລະ ນໍາເອົາບົດຮຽນມາດໍາເນີນສືບຕໍ່ລ້ຽງໄກ່, ປາ, ກົບ, ຈິ່ຫຼີດ ລວມໄປເຖິງວິທີການປູກ-ການລ້ຽງສັດ ເພື່ອສາທິດ
ພ້ອມນີ້, ກອງປະຊຸມໄດ້ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຊິ່ງມີທາງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະສືບຕໍ່ຮອດປີ 2019 ເຊິ່ງໄດ້ກໍານົດເອົາແຜ່ນພັດທະນາກະສິກໍາຊຸມຊົນໃນ 12 ບ້ານເປົ້າຂອງໂຄງການ ໂດຍສືບຕໍ່ຈັດຕັ້ງປະຕິບັດວຽກງານກະສິກໍາ, ສາທາລະນະສຸກ, ສຶກສາທິການ ແລະ ກິລາ ແລະ ວຽກພັດທະນາສັງຄົມ ໂດຍໃຊ້ທຶນ ຈຳນວນ 451.172 ໂລດາສະຫະລັດ ເພື່ອເຮັດໃຫ້ທຸກຂະ ແໜງການໄດ້ຮັບໃຊ້ເຂົ້າໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂື້ນ.
Editor: ກຳປານາດ ລັດຖະເຮົ້າ