ສູນບໍລິຈາກເລືອດ. ອົງການກາແດງ ປະຈໍາ ແຂວງເຊກອງ ນໍາໂດຍ ທ່ານ ດຣ ໄພວັນ ສຸກກະເສີມ ຮອງຫົວໜ້າຫ້ອງການກາແດງ ແຂວງເຊກອງ ພ້ອມດ້ວຍວິຊາການຂອງສູນບໍລິຈາກເລືອດຂັ້ນແຂວງ, ຂັ້ນເມືອງ ໄດ້ລົງຮັບການບໍລິຈາກເລືອດ ໃນທ້າຍເດືອນກຸມພາ 2018 ນີ້ ຢູ່ທີ່ໂຮງຮຽນ ມ.ສ ເມືອງທ່າແຕງ. ໂດຍມີ ທ່ານ ດຣ, ຄອນສະຫວັນ ພັນທະວົງ ອໍານວຍການໂຮງໝໍເມືອງທ່າແຕງ, ມີຄະນະກໍາມະການຈາກພາກສ່ວນກາແດງ ພ້ອມດ້ວຍຜູ້ສະໝັກໃຈບໍລິຈາກເລືອດເຂົ້າຮ່ວມ.
ທ່ານ ດຣ. ໄພວັນ ສຸກກະເສີມ ຮອງຫົວໜ້າຫ້ອງການກາແດງ ແຂວງເຊກອງ ໄດ້ຊີ້ແຈງຕໍ່ຜູ້ທີ່ສະມັກໃຈບໍລິຈາກເລືອດຢູ່ພາຍໃນໂຮງຮຽນມໍສໍທ່າແຕງໄຕ້ ຄັ້ງນີ້ ໃຫ້ເຂົ້າໃຈໃນການຕື່ນຕົວມີນ້ຳໃຈປະກອບສ່ວນຊ່ວຍເຫຼືຶ່ອປະຊາຊົນ ກໍ່ຄືທຸກຄົນທີ່ຕ້ອງການເລືອດ, ຂາດເລືອດໃນການບໍລິຈາກເລືອດຂອງຕົນເອງ ເພື່ອຊ່ວຍຊີວິດຂອງຄົນ, ອະທິບາຍກຽ່ວກັບຄວາມໝາຍ ຄວາມສໍາຄັນຂອງເລືອດ ແລະ ການບໍລິຈາກເລືອດ ໃຫ້ທຸກພາກສວນກ່ຽວຂ້ອງ ໄດ້ຮັບຮູ້ເຂົ້າໃຈ ຕໍ່ຄວາມໝາຍຄວາມສຳຄັນຂອງເລືອດ, ຄວາມຕ້ອງການ, ໃນການຊ່ວຍເຫຼືອເພື່ອນມະນຸດດ້ວຍກັນເພື່ອເປັນການປະກອບສ່ວນຊ່ວຍສັງຄົມ, ຊ່ວຍເຫຼືອຄົນທີຂາດເລືອດ ເຊັ່ນ: ຄົນທີ່ຖືກຜ່າຕັດ, ຄົນເກີດລູກ, ຄົນປະສົບອຸປະຕິເຫດ ແລະ ອື່ນໆ. ຜ່ານການກວດສຸຂະພາບ ເຫັນວ່າ ມີຜູ້ສະມັກບໍລິຈາກເລືອດທັງໝົດ 100 ຄົນ, ຍິງ 70 ຄົນ, ໃນນີ້ ມີຜູ້ສະໝັກບໍລິຈາກເລືອດຕົວຈິງ 28 ຄົນ, ຍິງ 11 ຄົນ, ໄດ້ເລືອດທັງໝົດ 20 ຖົງ.
ເຊິ່ງໃນເປົ້້າໝາຍຂອງເມືອງ ທ່າແຕງ ປີ 2018 ນີ້, ຈະຊູ້ຊົນບໍລິຈາກເລືອດໃຫ້ໄດ້ທັງໝົດ 140 ຖົງ ແລະ ຍັງຈະສືບຕໍ່ບໍລິຈາກເລືອດຕື່ມໃນຕໍ່ໜ້ານີ້ ນໍາບັນດາອົງການກໍ່ຄື: ກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ກອງບັນຊາການທະຫານ, ກອງຮ້ອຍ 101 ( ຫນຶ່ງສູນຫນຶ່ງ) ບ້ານ ກະປື, ໂຮງຮຽນ ມສ ກະປື ແລະ ໂຮງຮຽນ ມສ ຈຸນລາ ເພື່ອໃຫ້ບັນລຸຕາມແຜນ.
Editor: ກຳປານາດ ລັດຖະເຮົ້າ