ກິດຈະກໍາຄັ້ງນີ້ ຈັດຂື້ນໃນຕອນເຊົ້າວັນທີ 3 ມີນາ 2018 ທີ່ສວນເຈົ້າອານຸວົງແຄມຂອງ, ນະຄອນຫລວງວຽງຈັນ ເຊີ່ງມີປະຊາຊົນທັງພາຍໃນ ແລະ ນັກທ່ອງທ່ຽວຕ່າງປະເທດ, ລວມທັງສື່ມວນຊົນ. ສິລະປິນ ດາລາ. ນັກສະແດງ ລວມແລ້ວ 1 ພັນກວ່າຄົນ. ກິດຈະກໍາຂີ່ລົດຖິບການກຸສົນຄັ້ງນີ້ ໄດ້ແບ່ງອອກເປັນຫລາຍສາຍການແຂ່ງຂັນ ເຊັ່ນ:
- Road Bike – Man / ຊາຍ-82,5 ກິໂລແມັດ - open pro
- Road Bike – Man / ຊາຍ-82.5 ກິໂລແມັດ ອາຍຸລະຫວ່າງ 20-29 ປີ
- Road Bike – Man / ຊາຍ-82,5 ກິໂລແມັດ ອາຍຸ ລະຫວ່າງ 30-39 ປີ
- Road Bike – Man / ຊາຍ - 82,5 ກິໂລແມັດ ອາຍຸລະຫວ່າງ 40-49 ປີ
- Road Bike – Man / ຊາຍ - 82,5 ກິໂລແມັດ ອາຍຸ 50 ປີ
- Mountain Bike – men 82.5 km – Open Pro
- Mountain Bike – men 82.5 km – over 35 years old
- Mountain Bike – men 82.5 km – under 35 years old
- Road Bike – Women / ຍິງ - ກິໂລແມັດ - open pro
- Mountain Bike - Women / ຍິງ - 82,5 ໂລແມັດ - open pro
- Friendly Bike – 10 km – Open ( ບໍ່ຈໍາກັດ)
ກິດຈະກໍາ ຄັ້ງນີ້ ຈັດໂດຍ ວາລະສານຂວັນໄຈ ຮ່ວມກັບ ສະຫະພັນລົດຖີບ ນະຄອນຫລວງວຽງຈັນ ແລະ ສະມາຄົມ ນັກທຸລະກິດຍິງ, ການຈັດງານດັ່ງກ່າວເພື່ອຮ່ວມປະກາດຈຸດຢືນ ແລະ ປຸກລະດົມ ຢຸດໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.
Editor: ກຳປານາດ ລັດຖະເຮົ້າ