ໂຄງການປະກວດນາງສາວນະຄອນຫລວງວຽງຈັນ 2018 ໄດ້ຈັດງານຖະແຫລງຂ່າວນໍາສະເຫນີ 20 ນ້ອງນາງສາວຜູ້ເຂົ້າປະກວດ ຮອບສຸດທ້າຍ ຂື້ນທີ່ໂຮງແຮມແລນ-ມາກ ໃນວັນທີ 3 ມີນາ 2018 ທີ່ຜ່ານມານີ້, ສໍາລັບປີ 2018 ນີ້ ແມ່ນເປັນປີທີ 10 ທີ່ໄດ້ມີການຈັດຂື້ນມາ ເພື່ອຄັດເລຶອກເອົາສາວງາມ ທີ່ມີຄຸນສົມບັດຄົບຖ້ວນ ແລະ ມີຄວາມເຫມາະສົມໃນການເປັນຕົວແທນໃຫ້ລູກສາວ ທັງ 7 ຂອງພະຍາກະບິນລະພົມ. ເພື່ອກຽມເຂົ້າຮ່ວມພິທີແຫ່ນາງສັງຂານ ໃນບຸນປີໃຫມ່ລາວ ພສ 2561
ສໍາລັບ 20 ນາງສາວ ແມ່ນຈະໄດ້ເລີ່ມເກັບໂຕ ເຮັດກິດຈະກໍາ ທາງດ້ານກິລິຍາມາລະຍາດ, ວັດທະນະທໍາດ້ານຕ່າງໆ ການນົບ, ການໄຫວ້. ການຍ່າງ ແລະ ການນຸ່ງຖືໃຫ້ມີຄວາມຈົບງາມ, ມາລະຍາດທາງສັງຄົມ, ການປາກ-ເວົ້າ ແລະ ອື່ນໆ, ການເກັບໂຕດັ່ງກ່າວແມ່ນນັບແຕ່ວັນທີ 23 ມີນາ ໄປຈົນເຖິງ ວັນທີ 6 ເມສາ 2018 ແລະ ຫລັງຈາກນັ້ນໃນວັນທີ 7 ເມສາ 2018 ຈະເປັນມື້ປະກວດຮອບຊິງຊະນະເລີດ ເຊີ່ງຈະໄດ້ຈັດຂື້ນທີ່ໂຮງແຮມແລນ-ມາກ ແມ່ຂອງຣິເວີໄຊ.
ພາຍໃນງານຖະແຫລງຂ່າວ ຄັ້ງນີ້ 20 ນາງສາວ ໄດ້ມີການແນະນໍາໂຕເອງ ໃນແຕ່ລະນາງສາວ ພ້ອມທັງ ມີການມອບ-ຮັບມົງກຸດ ຈາກຜູ້ໃຫ້ການອຸປະຖໍາ ໂດຍສະເພາະແມ່ນຮ້ານຄໍາພູວົງ ສໍາລັບມົງກຸດນາງສາວນະຄອນຫລວງວຽງຈັນ ໃນປີ 2018 ນີ້ ແມ່ນມີມູນຄ່າສູງຂື້ນ ພ້ອມທັງມີຄວາມສວຍງາມໂດດເດັ່ນ ມູນຄ່າເຖິງ 40 ລ້ານກີບ.
Editor: ກຳປານາດ ລັດຖະເຮົ້າ