ເມື່ອບໍ່ດົນມານີ້, ເມືອງວັງວຽງ ແຂວງວຽງຈັນ. ໄດ້ມີພິທີເປີດງານຕະຫລາດກາງຄືນເມືອງວັງວຽງ ຂື້ນຢ່າງເປັນທາງການ. ໂດຍການຮ່ວມຂອງ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ, ມີ ທ່ານ ພູວົງ ສີຫອມວົງ ຫົວຫນ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງວຽງຈັນ, ມີບັນດາທ່ານອໍານາດການປົກເມືອງ-ບ້ານ ແລະ ປະຊາຊົນ-ພໍ່ຄ້າຊາວຂາຍຢູ່ທີ່ຕະຫຼາດກາງຄືນເຂົ້າຮ່ວມ.
ໃນພິທີ ທ່ານ ວໍລະເດດ ຈູນລະມະນີ ຜູ້ສຳປະທານ ຕະຫລາດກາງຄືນເມືອງວັງວຽງ ໄດ້ໃຫ້ກຽດຂື້ນ ຜ່ານບົດສະຫຼຸບການກໍ່ສ້າງຈັດສັນ ຕະຫຼາດກາງຄືນ ວ່າ: ເມືອງວັງວຽງ ເປັນເມືອງໜຶ່ງທີ່ອຸດົມສົມບູນ ມີແມ່ນ້ຳຊອງ ແລະ ສະຖານທີ່ທ່ອງທ່ຽວທຳມະຊາດທີ່ເອື້ອອຳນວຍ ໃນແຕ່ລະປີມີນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດມາທ່ຽວ ເປັນຈຳນວນຫຼວງຫຼາຍ, ເຮັດໃຫ້ການພັດທະນາເສດຖະກິດສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະນັ້ນ, ຈຶ່ງເປັນເງື່ອນໄຂ ໃຫ້ມີນັກທຸລະກິດເຂົ້າມາລົງທຶນຢູ່ເມືອງວັງວຽງ.
ໂຄງການຕະຫລາດກາງຄືນເມືອງວັງວຽງ ແຂວງວຽງຈັນ, ເປັນໂຄງການທຳອິດ ທີ່ໃຊ້ເວລາເກືອບ 2 ປີ ໃນການສໍາຫລວດ ຊອກຫາ ເສັ້ນທາງໃນຂອບເຂດເມືອງວັງວຽງ ເພື່ອສ້າງ ແລະ ໄດ້ຮັບອານຸຍາດ ຈາກອຳນາດການປົກຄອງ ການຈັດຕັ້ງທຸກພາກສ່ວນຂອງເມືອງວັງວຽງ ໃຫ້ນຳໃຊ້ ເສັ້ນຕັດທາງເບີ 3 ຮ່ອມ 1 ລະຫວ່າງ ບ້ານສະຫວ່າງ ແລະ ບ້ານວຽງແກ້ວ ມີຄວາມຍາວ 250 ແມັດ, ກວ້າງ 11 ແມັດ. ມີທາງເຂົ້າ-ອອກ ສະດວກ ແລະ ໂຄງການດັ່ງກ່າວແມ່ນດຳເນີນລົງມືການກໍ່ສ້າງມາແຕ່ວັນທີ 25 ພະຈິກ 2017 ຫາ 25 ກຸມພາ 2018 ເຊິ່ງນຳໃຊ້ເວລາໃນການກໍ່ສ້າງ ເປັນໄລຍະເວລາ 5 ເດືອນ, ປະຕິບັດສຳເລັດ 100 ສ່ວນຮ້ອຍ, ມູນຄ່າການກໍ່ສ້າງທັງໝົດ 1 ຕື້ 359 ລ້ານກີບ. ມີທຶນຈົດທະບຽນ 1 ຕື້ 500 ລ້ານກີບ, ໄລຍະຈັດສັນຕະຫລາດກາງຄືນແຫ່ງນີ້ ( ສໍາປະທານ ) ແມ່ນ 15 ປີ, ເຊີງພ້ອມຈະເປີດໃຫ້ບໍລິການ ນັບແຕ່ ເວລາ 17:00 ໂມງແລງ ຫາ ເວລາ23:00 ໂມງ
ຈຸດປະສົງກໍ່ເພື່ອເປັນຈຸດສູນລວມສິນຄ້າ ແຫ່ງໃໝ່ໃຫ້ກັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມໃຊ້ສິນຄ້າຕ່າງໆເປັນຕົ້ນແມ່ນ ສິນຄ້າ ຫັດຖະກຳ, ສິນຄ້າໂອດ໋ອບ ທີ່ເປັນການຜະລິດຈາກຄົນທ້ອງຖິ່ນຮາກຖານ ສິນຄ້າທີ່ນຳເຂົ້າມາຈາກຕ່າງປະເທດ ພ້ອມກັບສິ່ງຂອງທີ່ລະນຶກໃຫ້ໃດ້ໄປຝາກໄປຕ້ອນ ຂອງນັກທ່ອງທ່ຽວທີ່ເຂົ້າມາພັກຜ່ອນໃນຍາມຄຳຄືນ.
ທ່ານ ຄໍາຜອງ ດວງວິໄລ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ ໄດ້ໃຫ້ກຽດ ກ່າວເປີດພິທີງານຕະຫຼາດກາງຄືນ ຢ່າງເປັນທາງການ ແລະ ໂອ້ລົມຕໍ່ພິທີວ່າ: ຕະຫຼາດກາງຄືນທີນີ້ ເປັນແຫ່ງທໍາອິດ ຂອງເມືອງວັງວຽງ ເຊິ່ງບໍ່ເຄີຍມີມາກ່ອນ ພ້ອມທັງເປັນການຊຸກຍູ້ສົ່ງເສີມສິນຄ້າທີ່ເປັນທ່າແຮງຂອງເມືອງວັງວຽງ ໃຫ້ມີການພັດທະນາດີຂຶ້ນ, ສ້າງເງື່ອນໄຂດຶງດູດເອົາການລົງທຶນຈາກຕ່າງປະເທດ ເຂົ້າມາລົງທຶນການຄ້າ-ຂາຍ, ແລກປ່ຽນສິນຄ້າ ແລະ ການບໍລິການຕ່າງໆ ສິ່ງສຳຄັນຈົ່ງໄດ້ເອົາໃຈໃສ່ເຄົາລົບກົດລະບຽບຂອງການຈັດສັນຢ່າງເຂັມງວດ ຜູ້ໄດ້ຮັບອະນຸຍາດຕ້ອງດຳເນີນການຈັດສັນ ບໍລິການໃຫ້ຖືກຕ້ອງສອດຄ່ອງ ຕາມລະບຽບກົດໝາຍ ທັງນີ້, ກໍ່ເພື່ອເຮັດໃຫ້ຕະຫຼາດແຫ່ງນີ້ມີຄວາມຍືນຍົງ ເຕີບໃຫຍ່ຂະຫຍາຍຕົວ ນອກຈາກນີ້, ຂະແໜງການທີ່ກ່ຽວຂ້ອງຕ້ອງ ເປັນເຈົ້າການເອົາໃຈໃສ່ກະຕຸກຊຸກຍູ້ອຳນວຍຄວາມສະດວກ ແລະ ໃຫ້ການຊີ້ນຳ ຄຳປຶກສາຜູ້ບໍລິຫານຈັດສັນຕະຫຼາດຈັດຕັ້ງປະຕິບັດຕາມລະບຽບກົດໝາຍວາງອອກຢ່າງເຄັ້ມງວດ.
ຕອນທ້າຍ, ຄະນະປະທານຍັງໄດ້ໃຫ້ກຽດ ຕັດແຖບຜ້າ ໂດສ່ອງໝ້າອໍານາດການປົກຄອງເມືອງ-ບ້ານ ແລະ ປະຊາຊົນ-ພໍ່ຄ້າຊາວຂາຍ ຢ່າງເປັນທາງການ, ພ້ອມທັງໄດ້ຢ້ຽມຊົມຕະຫຼາດກາງຄືນ, ການສະແດງສິນລະປະ ແລະ ກິດຈະກຳພາຍໃນງານຕື່ມອີກ.
(ມີບົດສໍາພາດ ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງໆວັງວຽງ, ແລະ ທ່ານ ວໍລະເດດ ຈູນລະມະນີ ຜູ້ສຳປະທານ ຕະຫລາດກາງຄືນເມືອງວັງວຽງ)
Editor: ກຳປານາດ ລັດຖະເຮົ້າ