ເພື່ອຊ່ວຍເຫຼືອບັນເທົາຄວາມທຸກ ໃຫ້ບັນດາຄອບຄົວທີ່ຍັງຂາດເຂີນ ໃນວັນທີ 7 ກຸມພາ 2018 ທ່ານ ຮອງປະທານແນວລາວສ້າງຊາດແຂວງ ບໍລິຄໍາໄຊ ໄດ້ສົບທົບກັບ ຫ້ອງການແນວລາວສ້າງຊາດເມືອງ, ອົງການກາແດງເມືອງ, ໄດ້ນໍາເອົາເຄື່ອງນຸ່ງຮົ່ມຈໍານວນໜຶ່ງໄປມອບໃຫ້ຄອບຄົວທີ່ຂາດເຂີນ ຢູ່ ບ້ານ ນ້ຳກູ້, ເມືອງວຽງທອງ, ແຂວງ ບໍລິຄໍາໄຊ ເປັນກຽດນໍາພາຄັ້ງນີ້ແມ່ນ ທ່ານ ວັນຄຳ ເພັດໄຊຍະວົງ, ຄະນະປະຈໍາພັກເມືອງ, ປະທານກວດກາພັກ-ລັດເມືອງ, ທ່ານ ຄຳດີ ທິບລຳພັນ ກຳມະການ ສູນກາງແນວລາວສ້າງຊາດ, ຮອງປະທານແນວລາວສ້າງຊາດແຂວງ,ມີສະມາຊິກສະພາປະຊາຊົນແຂວງ, ປະຈໍາເມືອງ ວຽງທອງ, ອົງການກາແດງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ເຄື່ອງທີ່ນໍາໄປມອບຄັ້ງນີ້ມີ ເຄື່ອງນຸ່ງຮົມ, ອຸປະກອນການຮຽນ, ເກືອ, ໝໍ້ ເຊິ່ງຄິດເປັນມູນຄ່າ 13 ລ້ານ ກ່ວາກີບ, ສ່ວນເຄື່ອງນີ້ແມ່ນໄດ້ມາຈາກອົງການກາແດງແຂວງ, ໄດ້ຈາກສະມາຊິກສະພາແຂວງ ແລະ ຜູ້ໃຫ້ບໍລິ ຈາກຈຳນວນໜື່ງ ໄດ້ມອບໃຫ້ຄອບຄົວທຸກຍາກດ້ອຍໂອກາດຢູ່ ບ້ານນ້ຳກູ້ ຈຳນວນ 5 ຄອບຄົວ ພ້ອມກັນແຈກ
ຢາຍໃຫ້ທົ່ວເຖິງກັນແຕ່ລະຄອບຄົວພາຍໃນບ້ານ ຊຶ່ງມີຈຳນວນ 57 ຄອບຄົວ ເພື່ອບັນເທົາທຸກໃນການດຳລົງຊິວິດຕິດພັນກັບທຳມະຊາດ ທີ່ຫ່າງໄກຊອກເລີກໃຫ້ດີຂື້ນກ່ວາເກົ່າ.
Editor: ນັກຂ່າວເມືອງວຽງທອງ