ທ້າຍເດືອນກຸມພາ 2018 ຜ່ານມານີ້ ທີ່ສະໂມສອນເມືອງວັງວຽງ, ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ແນະນຳແຜນງົບປະມານ ປະຈຳປີ 2017 ແລະ ທິດທາງແຜນການປີ 2018 ໂດຍການເປັນປະທານຂອງ ທ່ານ ບຸນຈັນ ມາລາວົງ ຄະນະປະຈຳພັກເມືອງຮອງເຈົ້າເມືອງໆວັງວຽງ ເປັນກຽດເຂົ້າຮ່ວມຂອງ ທ່ານນາງ ອ່ອນ ຈັນທະວົງ ຄະນະພັກຮາກຖານ ພະແນກການເງິນ ແຂວງວຽງຈັນ, ຫົວໜ້າຄັ້ງເງິນແຫ່ງຊາດປະຈຳແຂວງວຽງຈັນ, ຫົວໜ້າຫ້ອງການ, ພະນັກງານການເງິນຫ້ອງ, ເລຂາພັກບ້ານນາຍບ້ານ ແລະ ການເງິນບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ກວຽນທອງ ເທບທິດາ ກຳມະການພັກເມືອງ ຫົວໜ້າຫ້ອງການການເງິນເມືອງວັງວຽງ ໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບ ແຜນງົບປະມານປະຈໍາປີ 2017 ແລະ ທິດທາງແຜນການປະຈຳປີ 2018 ໂດຍປະຕິບັດຕາມຄໍາສັງແນະນໍາຂອງ ທ່ານ ເຈົ້າແຂວງວຽງຈັນ ສະບັບເລກທີ 01/ຈຂ ວຈ ລົງວັນທີ 14 ກຸ່ມພາ 2018 ແລະ ຫ້ອງການໆເງິນເມືອງ ໄດ້ຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ 2017 ແລະ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ໄດ້ຮັບຈາກພະແນກການເງິນແຂວງ ໄດ້ແບ່ງຕົວເລກໃຫ້ເມືອງ 9 ຕື້ 317 ລ້ານ 350,000 ກີບ, ປະຕິບັດໄດ້ທັງໝົດ 9 ຕື້ 424 ລ້ານ 642,705 ກີບ ເທົ່າກັບ 101,15 % ຂອງແຜນການປີ ໄດ້ຮັບຈາກສ່ວຍສາອາກອນແຜນການປີ 7 ຕື້ 738 ລ້ານ 550,000 ກີບ, ປະຕິບັດໄດ້ 7 ຕື້ 831 ລ້ານ 121,821 ກີບ ເທົ່າກັບ 101,19% ຂອງແຜນການປີ, ຮັບຈາກວິຊາການ ແຜນການປີ 2 ຕື້ 998 ລ້ານ550,000 ກີບ ປະຕິບັດໄດ້ 2 ຕື້ 997 ລ້ານ 350,000 ກີບ ເທົ່າກັບ 99,95% ຂອງແຜນການປີ, ຮັບຈາກພາສີທີ່ດິນ ແຜນການປະຈຳປີ 660 ລ້ານກີບ, ປະຕິບັດໄດ້ 661 ລ້ານ 804,150 ກີບ ເທົ່າກັບ 100,27% ຂອງແຜນການ, ໄດ້ຮັບຈາກຊັບສິນ ແຜນປີ 600 ລ້ານກີບ ປະຕິບັດໄດ້ 613 ລ້ານ 520.884 ກີບ ເທົ່າກັບ 102.25 % ຂອງແຜນປີ.
ນອກນັ້ນເມືອງວັງວຽງ ຍັງຈະສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 2 ຂອງເມືອງວັງວຽງ ວາງອອກແລະ ແຜນງົບປະມານປີ 2018 ໃຫ້ມີປະສິດທິພາບສູງໃນການຄຸ້ມຄອງເກັບລາຍຮັບ, ປະຕິບັດລາຍຈ່າຍຢ່າງລວມສູນ, ເປັນເອກະພາບທົ່ວເມືອງຢ່າງຫັດກຸມເພື່ອສ້າງຖານະການເງີນ ໃຫ້ເຂັ້ມແຂງ ກຸ້ມຕົນເອງທາງດ້ານລາຍຮັບ-ລາຍຈ່າຍປະຕິບັດວິໃນການເງີນ ຢ່າງເຂັ້ມງວດເພື່ອຕອບສະໜອງການກເບີກຈ່າຍເງີນເດືອນ, ເງີນບໍລິຫານ, ເງີນນະໂຍບາຍອື່ນໆຢູ່ພາຍໃນເມືອງໃຫ້ເປັນປົກກະຕິຖຶກຕ້ອງ ຕາມກົດໝາຍງົບປະມານ, ລາຍຮັບຕາມແຜນປີ 2018 ທີພະແນກ ການເງິນແຂວງ ທີ່ໄດ້ແບ່ງໃຫ້ເມືອງ ທັງໝົດ 8 ຕື້ 612 ລ້ານ 150,000 ກີບ ໃນນັ້ນຮັບຈາກສ່ວຍສາອາກອນ ທັງໝົດ ແຜນປີ 7 ຕື້ 929 ລ້ານ 550,000 ກີບ, ໃນນັ້ນ, ລາຍຮັບອາກອນປົກກະຕິ 4 ຕື້ກີບ,ໃຫ້ຄ່າທໍານ່ຽມແຜນປີ 180 ລ້ານກີບ, ແບ່ງໃຫ້ຄ່າບໍລິຫານວິຊາການ ແຜນປີ 3 ຕື້ 88 ລ້ານກວ່າກີບ, ແບ່ງໃຫ້ທີ່ດິນ ແຜນປີ 661 ລ້ານ 500,000 ກີບ ແລະ ແບ່ງໃຫ້ຊັບສີນຂອງລັດ ແຜນປີ 800 ລ້ານກີບ.
ໃນຕອນທ້າຍ ກອງປະຊຸມຍັງໄດ້ມີການມອບໃບຍ້ອງຍໍຂັ້ນພະແນກການເງິນໃຫ້ແກ່ບຸກຄົນ, ກົມກອງ, ຫົວໜ່ວຍທຸລະກິດພາຍໃນເມືອງຜູ້ທີ່ມີຜົນງານດີເດັ່ນ ທີ່ໄດ້ປະກອບສ່ວນເສຍພັນທະ, ອາກອນເຂົ້າໃນງົບປະມານແຫ່ງລັດ ປະຈຳສົກປີ 2017-2018 ຈຳນວນ 293 ໃບ ,ໃຫ້ກຽດຂຶ້ນມອບໂດຍ ທ່ານ ບຸນຈັນ ມາລາວົງ ຄະນະປະຈຳພັກເມືອງຮອງເຈົ້າເມືອງໆວັງວຽງ, ຈາກນັ້ນ ທ່ານຍັງໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຕື່ມອີກ
ທີມຂ່າວ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ