ໃນອາທິດທີ່ຜ່ານມາ ທີ່ຫ້ອງວ່າການເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ໄດ້ມີການຈັດສໍາມະນາກ່ຽວກັບການຊຸກຍູ້ ສົ່ງເສີມສິນຄ້າຫນຶ່ງເມືອງ, ຫນຶ່ງຜະລິດຕະພັນ ແຫ່ງຊາດ ຫລື ໂອດ໋ອບ ຂອງເມືອງນາຊາຍທອງ ແລະ ເມືອງສັງທອງ, ນະຄອນຫລວງວຽງຈັນຂື້ນ ໂດຍການໃຫ້ກຽດກ່າວເປີດງານໂດຍທ່ານ ເບີລິນ ເພັດຈັນທະລາດ, ຫົວຫນ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ເຂົ້າຮ່ວມໂດຍທ່ານ ວິລະສັກ ນາມມຸນຕີ, ເຈົ້າເມືອງ-ເມືອງນາຊາຍທອງ, ມີບັນດາຫົວຫນ້າ-ຮອງຫົວຫນ້າ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງນາຊາຍທອງ ແລະ ເມືອງສັງທອງ ບັນດາຫົວຫນ່ວຍໂອດ໋ອບ ແລະ ຄອບຄົວຕົວແບບເຂົ້າຮ່ວມ ຈຳນວຍ 36 ທ່ານ.
ຈຸດປະສົງ ຂອງການສຳມະນາໃນຄັ້ງນີ້ ກໍ່ເພື່ອໃຫ້ຄວາມຮູ້ ການພັດທະນາຜະລິດຕະພັນສິນຄ້າໂອດ໋ອບ ຂອງຜູ້ປະກອບການ ແລະ ສິນຄ້າຄອບຄົວຕົວແບບທັງສອງເມືອງ ແລະ ພ້ອມທັງເນັ້ນໃຫ້ຄອບຄົວຕົວແບບ ເປັນຕົວຢ່າງທີ່ດີໃຫ້ກັບຄອບຄົວອື່ນ ໃນການພັດທະນາເສດຖະກິດຄອບຄົວຂອງຕົນ ເພື່ອເຮັດໃຫ້ຊີວິດການເປັນຢູ່ດີຂື້ນເທື່ອລະກ້າວ ແລະ ກາຍເປັນຄອບຄົວຕົວແບບ ຊ່ວຍພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ປະເທດຊາດໃຫ້ດີຂື້ນ.
Editor: ຕະວັນ ແສງສະຫວັນ