ງານວາງສະແດງ ແລະ ຂາຍສິນຄ້າກະສິກຳ ຫັດຖະກຳ ອຸດສາຫະກຳ ປະຈຳປີ 2018 ຄັ້ງທີ 23 ຂອງເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 9-14 ກຸມພາ 2018 ທີ່ບ້ານແຈ້ງສະຫວ່າງ ມີທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງນາຊາຍທອງ ທ່ານ ເບີລິນ ເພັດຈັນທະຣາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ບັນດາກົມ ຫ້ອງການ ຄະນະພັກຮາກຖານ ກຸ່ມບ້ານ ເລຂາພັກບ້ານ ນາຍບ້ານ ຫົວໜ່ວຍທຸລະກິດ ຊາວຄ້າຂາຍ ຕະຫຼອດຮອດຊາວກະສິກອນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ງານຕະຫຼາດນັດຄັ້ງນີ້ ມີຮ້ານເຂົ້າຮ່ວມທັງໝົດ 330 ຮ້ານ ປະກອບມີຂອງກົມກອງລວມໝູ່ ແລະ ຫ້ອງການອ້ອມຂ້າງເມືອງ ຜະລິດຕະພັນສິນຄ້າໂອດ໊ອບພາຍໃນເມືອງ-ຕ່າງເມືອງ ຄອບຄົວຕົວແບບ ຜະລິດຕະພັນສິນຄ້າຕ່າງໆ ຜົນຜະລິດຂອງປະຊາຊົນພາຍໃນເມືອງ 54 ບ້ານ ໂຮງຈັກ ໂຮງງານ ໂຮງຊ່າງຫັດຖະກຳ ໂຮງງານເຟີນີເຈີ ບໍລິສັດຕົວແທນຈຳໜ່າຍສິນຄ້າຜະລິດຕະພັນ ບັນດາຮ້ານບໍລິການ ແລະ ຂາຍສິນຄ້າທົ່ວໄປ ຮ້ານເຂົ້າຫຼາມ ປີ້ງໄກ່ ແລະ ອື່ນໆ ທຽບໃສ່ປີ 2017 ເຫັນວ່າຮ້ານວາງສະແດງສິນຄ້າປະເພດຕ່າງໆເພີ່ມຂຶ້ນ 2,5% ແລະ ມູນຄ່າລວມຂອງສິນຄ້າ 5,1 ຕື້ກີບ ເພີ່ມຂຶ້ນ 2,8% ເຊິ່ງງານຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງນາຊາຍທອງ ແຕ່ປີ 2014-2020 ເພື່ອສ້າງເມືອງນາຊາຍທອງກາຍເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ສ້າງບ້ານເປັນຫົວໜ່ວຍພັດທະນາ ເປັນເມືອງສະຫງົບ ອົບອຸ່ນ ສະອາດ ສີຂຽວ ແລະ ໜ້າຢູ່ ຊຸກຍູ້ການຜະລິດສິນຄ້າກະສິກຳສະອາດແບບລວມໝູ່ ແລະ ເປັນຟາມຕາມທິດຊົນລະກະເສດທັນສະໄໝ ແນໃສ່ກະຕຸກຊຸກຍູ້ການຂຸດຄົ້ນນຳໃຊ້ທ່າແຮງບົ່ມຊ້ອນດ້ານຕ່າງໆ ເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 6 ຂອງອົງຄະນະພັກເມືອງນາຊາຍທອງ ດ້ວຍການຫັນເອົານະໂຍບາຍ 3 ສ້າງ ເຂົ້າສູ່ລວງເລິກຕິດພັນກັບຂະບວນການແຂ່ງຂັນຮັກຊາດ-ພັດທະນາ.
ເພື່ອສ້າງປັດໄຈພື້ນຖານດ້ານຕ່າງໆ ເຮັດໃຫ້ເມືອງຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກ ແລະ ມີການພັດທະນາດີຂຶ້ນເປັນກ້າວໆ ທັງເປັນການເປີດໂອກາດໃຫ້ບັນດາຄອບຄົວຕົວແບບຜະລິດສິນຄ້າກະສິກຳ ຫັດຖະກຳ ການບໍລິການຕາມທິດ 1 ບ້ານ 1 ຜະລິດຕະພັນ 1 ເມືອງບໍ່ໃຫ້ຫຼຸດ 5 ຜະລິດຕະພັນ ໄດ້ແລກປ່ຽນບົດຮຽນ ແລກປ່ຽນປະສົບການ ເຕັກນິກ ວິທະຍາສາດ ແລະ ເຕັກໂນໂລຊີນຳກັນ ເພື່ອພ້ອມກັນຍົກລະດັບສະມັດຖະພາບການຜະລິດໃຫ້ນັບມື້ສູງຂຶ້ນ ທັງດ້ານປະລິມານ ແລະ ຄຸນະພາບ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງປົວແປງດີຂຶ້ນເທື່ອລະກ້າວຢ່າງໜັກແໜ້ນ ແລະ ມີຄວາມຍືນຍົງ ນອກນັ້ນຍັງເປັນການສ້າງຂະບວນການຕ້ອນຮັບປີທ່ອງທ່ຽວລາວ 2018 ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງຕື່ມອີກ.
Editor: ຕະວັນ ແສງສະຫວັນ