ທ່ານ ພອນທິບ ຍົກໄຊຍະຄຳ ຫົວໜ້າຫ້ອງການອຸດສາຫະກຳແລະການຄ້າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປີດເຜີຍຕໍ່ລາຍການເມືອງລາວວັນນີ້ ວ່າ : ເມຶອງນາຊາຍທອງ ແມ່ນຈະເປີດງານວາງສະແດງແລະ ຂາຍສິນຄ້າ ກະສິກຳ, ຫັດຖະກຳ ແລະ ອຸດສາຫະກຳ ຂື້ນໃນ ລະຫວ່າງວັນທີ 9-15 ກຸມພາ 2018 ນີ້ ເພື່ອດຶງດູດມວນຊົນ ແລະ ສ້າງເງື່ອນໄຂ ໃຫ້ຊາວກະສິກອນ, ຊາວຊ່າງຫັດຖະກໍາ ,ຄອບຄົວຕົວແບບ, ຫົວໜວ່ຍທຸລະກິດຕ່າງໆພາຍໃນເມືອງ ແລະ ຕ່າງເມືອງ ໄດ້ນຳເອົາຜະລິດຕະພັນຂອງຕົນມາວາງສະແດງ ແລະ ຂາຍອອກສູ່ສັງຄົມ ຄາດວ່າຈະມີຫົວໜ່ວຍທຸລະກິດເຂົ້າຮວ່ມວາງສະແດງ 200 ຫົວໜ່ວຍ.
ເມືອງນາຊາຍທອງເປັນເມືອງໜື່ງ ທີ່ມີທ່າແຮງທາງດ້ານການຜະລິດກະສິກຳ, ປະຊາຊົນສວ່ນໃຫຍ່ແມ່ນຢຶດຖືອາຊີບປູກຝັງລ້ຽງສັດ ເປັນທ່າແຮງຫຼັກ ຄຽງຄູ່ກັບຂະແໜງການບໍລິການ ສຳລັບປີ 2018 ນີ້ ເມືອງນາຊາຍທອງ ແມ່ນຈະຈັດງານວາງສະແດງ ແລະ ຂາຍສິນຄ້າກະສິກຳ, ຫັດຖະກຳ ແລະ ອຸດສາຫະກຳ ຄັ້ງທີ 23 ປະຈຳປີ 2018 ເຊີ່ງຄາດວ່າຈະມີຫົວໜວ່ຍທຸລະກິດ ທັງພາກລັດ ແລະ ເອກກະຊົນ ເຂົ້າຮວ່ມວາງສະແດງຫຼາຍກວ່າ 200 ຫົວໜ່ວຍ, ລວມມູນຄ່າ 4 ຕື້ກີບ, ການຈັດງານຄັ້ງນີ້ ຄາດວ່າຈະມີຄວາມຄືກຄື້ນ ແລະ ແຕກຕ່າງກວ່າທຸກໆປີ ເພາະປີນີ້ ສປປລາວ ແມ່ນໄດ້ເປີດປີທ່ອງທ່ຽວລາວ 2018, ທັງເປັນການປະກອບສວ່ນອັນສຳຄັນເຂົ້າໃນການປະຕິບັດແຜນພັດທະນາເສດເສດຖະກິດ-ສັງຄົມຂອງເມືອງ, ເພື່ອສ້າງໃຫ້ເມືອງນາຊາຍທອງ ກາຍເປັນຫົວໜວ່ຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜວ່ຍພັດທະນາ, ເປັນເມືອງສະຫງົບ, ສະອາດ, ສີຂຽວ,ໜ້າຢູ່, ທັງເປັນການເປີດໂອກາດໃຫ້ບັນດາຄອບຄົວຕົວແບບ, ຜະລິດສິນຄ້າກະສິກໍາ, ຫັດຖະກຳ, ການບໍລິການ ຕາມທິດ 1 ບ້ານ 1 ຜະລິດຕະພັນ, 1 ເມືອງ ບໍ່ໃຫ້ຫຼຸດ 5 ຜະລິດຕະພັນ ໄດ້ແລກປ່ຽນບົດຮຽນ, ແລກປ່ຽນປະສົບການ, ເຕັກນິກ,ວິທະຍາສາດ, ເພື່ອພ້ອມກັນຍົກລະດັບສະມັດຕະພາບການຜະລິດ ໃຫ້ນັບມື້ນັບສູງຂື້ນ ທາງປະລິມານ ແລະ ຄຸນນະພາບ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບດີຂື້ນເທື່ອລະກ້າວ ຕາມແນວທາງນະໂຍບາຍຂອງພັກ ທີ່ວ່າ ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັງມີຜາສຸກ.
Editor: ຕະວັນ ແສງສະຫວັນ