ໃນທີ 8 ກຸມພາ 2018 ທີ່ ກະຊວງສາທາລະນະສຸກ, ທ່ານ ດຣ ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ທັງເປັນຫົວໜ້າ ກອງເລຂາຄະນະກຳມາທິການແຫ່ງຊາດ ເພື່ອການຄວບຄຸມຢາສູບ ໄດ້ອອກມາຖະແຫລງຂ່າວຕໍ່ສື່ມວນ ໂດຍຊີ້ໃຫ້ເຫັນວ່າ ໃນໄລຍະຜ່ານມາ ທັງສອງບໍລິສັດຢາສູບ ຜູ້ຜະລິດ ພາຍໃນປະເທດ ຍັງບໍ່ປະຕິບັດຕາມກົດໝາຍ ແລະ ຂໍ້ຕົກລົງດັ່ງກ່າວ, ຕາມທີ່ລັດຖະບານອອກປະກາດນຳໃຊ້ ໃນປີ 2016 ເຊິ່ງກຳນົດໃຫ້ ຜະລິດຢາສູບ ທີ່ຜະລິດຢູ່ພາຍໃນ ແລະ ນຳເຂົ້າ ຈາກຕ່າງປະເທດ ເພື່ອມາຈຳໜ່າຍໃນ ສປປ ລາວ ຕ້ອງພິມຄຳເຕືອນ ສຸຂະພາບ ເປັນຮູບພາບ ຂະໜາດ 75% ຂ້າງຊອງ ແລະ ຕຸດຢາສູບ. ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫລັງ ສົ່ງຈົດໝາຍເຫດ ທາງລັດຖະການ ແລະ ມີຜົນບັງຄັບໃຊ້ ນັບຕັ້ງແຕ່ວັນທີ 7 ພະຈິກ 2016 ເປັນຕົ້ນມາ.
ໃນທົ່ວໂລກ ມີປະເທດ ທີ່ຈັດຕັ້ງປະຕິບັດບັນຫານີ້ໄດ້ດີ ແມ່ນປະເທດເນປານ ທີ່ພິມຄຳເຕືອນ ສຸຂະພາບ ເປັນຮູບພາບ ຂະໜາດ 90% ທີ່ຕິດຢູ່ຊອງຢາສູບ. ສ່ວນປະເທດອາຊຽນ ແມ່ນ ຣາຊະອານາຈັກໄທ ໂດຍມີການພິມຂະໜາດ 80%, ຮອງລົງມາ ແມ່ນປະເທດມຽນມາ ແລະ ບຣູໄນ ດາຣູຊາຣາມ 75%. ສຳລັບ ສປປ ລາວແມ່ນ 75% ຂອງການພິມຄຳເຕືອນສຸຂະພາບເປັນຮູບພາບໃສ່ຢູ່ຊອງ ແລະ ຕຸດຢາສູບ, ແຕ່ກໍຍັງມີບັນຫາ ແລະ ຄວາມຫຍຸ້ງຍາກ ເພາະວ່າ ຍັງມີບໍລິສັດຢາສູບ ຜູ້ຜະລິດພາຍໃນປະເທດ ບໍ່ປະຕິບັດຕາມກົດໝາຍ ແລະ ຂໍ້ຕົກລົງດັ່ງກ່າວຢ່າງເຂັ້ມງວດ.
ວຽກງານ ຄວບຄຸມຢາສູບ ແມ່ນນະໂຍບາຍ ທີ່ເປັນບູລິມະສິດອັນໜຶ່ງ ຂອງ ກະຊວງສາທາລະນະສຸກ ເພື່ອປົກປ້ອງ ສຸຂະພາບຂອງປະຊາຊົນ ທີ່ເກີດຈາກພະຍາດຢາສູບ. ຄຳເຕືອນ ສຸຂະພາບ ທີ່ເປັນຮູບພາບຂະໜາດໃຫຍ່ ໃສ່ຊອງ ແລະ ຕຸດຢາສູບ ແມ່ນໜຶ່ງ ໃນມາດຕະການ ຄວບຄຸມຢາສູບ ທີ່ມີ ປະສິດທິຜົນສູງ ເພື່ອຫລຸດຜ່ອນ ການສູບຢາ, ເຮັດໃຫ້ຜູ້ສູບຢາ ອອກຢາສູບ ແລະ ປ້ອງກັນການລິເລີ່ມ ສູບຢາໃໝ່.
Editor: ຂ່າວສານປະເທດລາວ