ຈາກສະພາບອາກາດທີ່ໜາວເຢັນຕິດຕໍ່ກັນຫຼາຍວັນ ໃຫ້ອຳນາດການປົກຄອງໃນແຂວງຫົວພັນ ເປັນຫ່ວງສຸຂະພາບຮ່າງກາຍຂອງນ້ອງນັກຮຽນ ຈິ່ງຕັດສິນໃຈພັກການຮຽນກການສອນ 1 ອາທິດ ຫວັງອາກາດອຸ່ນຂຶ້ນໃນໄວໆນີ້.
ໂດຍແຂວງຫົວພັນໄດ້ປະກາດໂຈະການຮຽນທົ່ວແຂວງ ນັບແຕ່ວັນທີ 5 – 9 ກຸມພາ 2018 ນີ້ ເນື່ອງຈາກອຸນຫະພູມບາງມື້ລົງເຖິງ 3 ອົງສາ ເພື່ອຫຼີກລ່ຽງຜົນກະທົບຈາກດິນຟ້າອາກາດ ທີ່ອາດຈະສົ່ງຜົນເຖິງສຸຂະພາບຂອງນັກຮຽນ ແລະ ຄູອາຈານ, ອີກທັງການໄປ–ການມາກໍ່ບໍ່ສະດວກ.
ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຫົວພັນ ກ່າວວ່າ: ການພັກການຮຽນ – ພັກສອນຄັ້ງນີ້ ຖືເປັນຄັ້ງທໍາອິດຂອງປີ 2018 ເນື່ອງຈາກສະພາບອາກາດໜາວເຢັນຫຼາຍ ຢ້ານຈະສົ່ງຜົນກະທົບຕໍ່ການໄປ – ມາຂອງນັກຮຽນ ແລະ ສຸຂະພາບຂອງເດັກ, ເພື່ອຮັບມືຕໍ່ກັບສະພາບອາກາດ ຈຶ່ງຕ້ອງມີການໂຈະການຮຽນ – ການສອນຊົ່ວຄາວ.
ສ່ວນທາງດ້ານທ່ານ ກອງມະນີ ພົມມະລີ ຫົວໜ້າໜ່ວຍງານອຸທົກກະສາດ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ລາຍງານວ່າ: ຄວາມໜາວເຢັນຂອງສະພາບອາກາດ ໃນປີ 2018 ນີ້ຖ້າທຽບໃສ່ປີ 2016 ຍັງມີຄວາມຫ່າງພໍສົມຄວນ ເພາະປີ 2016 ທີ່ຜ່ານມາ ອຸນຫະພູມຕໍ່າສຸດ 0.0 ອົງສາ ໃນເດືອນມັງກອນ. ສ່ວນເຫດການໜາວເຢັນລະຫວ່າງ ວັນທີ 5 – 6 ຜ່ານມາ ສະເລ່ຍຕອນເຊົ້າ ຢູ່ທີ່ 5,2 ອົງສາ, ຕອນສວາຍຢູ່ທີ່ 10,1 ອົງສາ. ຢ່າງໃດກໍ່ຕາມ, ເບື້ອງຕົ້ນຍັງບໍ່ພົບເຫັນຄວາມ ເສຍຫາຍ, ການລົ້ມຕາຍຂອງສັດລ້ຽງ ແລະ ເຄື່ອງປູກຂອງຝັງຂອງປະຊາຊົນ.
Editor: ລາວອັບເດດ