ໃນຕອນເຊົ້າຂອງວັນທີ 06 ກຸມພາ 2018 ຢູ່ທີ່ສະໂມສອນເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດພິທີປະກາດຮັບຮອງເອົາ 10 ບ້ານຂອງເມືອງ ເປັນບ້ານແມ່ຍີງ 3 ດີ ຄັ້ງທີ 2 ສະໄໝທີ VII
ທ່ານ ນາງ ກອງມະນີ ເພັດຕະກຸນ ຫົວໜ້າສະຫະພັນແມ່ຍິງໜ່ວຍເຂື່ອນໄຟຟ້ານໍ້າມັງ 3 ໃຫ້ກຽດຂື້ນຜ່ານບົດສະຫລຼຸບການຈັດຕັ້ງປະຕິບັດເນື້ອໃນຂໍແຂ່ງຂັນ 3 ດີຄັ້ງທີ 2 ສະໄໝທີ VII ຂອງສະຫະພັນແມ່ຍິງ 10 ບ້ານຄື: ບ້ານຫາດສວນ, ບ້ານບໍ່, ບ້ານຕານປ່ຽວ, ບ້ານຫາດສ້ຽວ, ບ້ານຫາດໄຊ, ບ້ານນາຄອງ, ບ້ານພູເກົ້ານາງ, ບ້ານ ສຸກສາລາ, ບ້ານປາກຫາງ ແລະ ບ້ານພະທາວ ເຊິ່ງພາຍຫລັງໄດ້ຮັບຮອງເປັນບ້ານ ແລະ ໜ່ວຍສະຫະພັນແມ່ຍິງ 3 ດີໃນຄັ້ງທີ 2 ສະໄໝທີ VII ທາງຄະນະສະຫະພັນແມ່ຍິງເມືອງທຸລະຄົມ ກໍ່ໄດ້ສືບຕໍ່ນຳພາສະມາຊິກພາຍໃນເມືອງຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຕະຫລອດມາ ເປັນຕົ້ນແມ່ນການຊີ້ນຳໆພາເອື້ອຍນ້ອງແມ່ຍິງຈັດຕັ້ງປະຕິບັດຕາມແນວທາງຂອງພັກ-ລັດ ກໍ່ຄືປະຕິບັດລະບຽບຂອງສະຫະພັນແມ່ຍິງລາວວາງອອກ, ປຸກລະດົມຂົນຂວາຍສະມາຊິກສະຫະພັນແມ່ຍິງ ຜູ້ຫ້າວຫັນປະກອບສ່ວນເຂົ້າໃນວຽກງານ, ຍົກລະດັບຄວາມຮູ້ທາງດ້ານທິດສະດີ, ວິຊາສະເພາະ ແລະ ໄດ້ຮ່ວມຊີວິດເປັນປະຈຳ ກັບ ຄະນະພັກອົງການປົກຄອງທຸກຂັ້ນ ເພື່ອເຮັດໜ້າທີ່ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ສ້າງເງື່ອນໄຂອຳນວຍຄວາມມສະດວກໃຫ້ແກ່ແມ່ຍິງຂອງເມືອງກໍ່ຄືຂອງບ້ານ, ໄດ້ເຂົ້າເຖີງການສືກສາ, ການບໍລິການທາງດ້ານສຸຂະພາບ ໂດຍສົມທົບກັບວິຊາການແມ່ ແລະ ເດັກ ຂອງສະຖານທີ່ ບໍລິການທາງດ້ານສຸຂະພາບ ເຊັ່ນ: ໄດ້ສັກຢາກັນພະຍາດແມ່ຍິງ-ເດັກນ້ອຍ ແນະນຳໃຫ້ແມ່ມານໄປຝາກທ້ອງ ແລະ ເກີດລູກຢູ່ໂຮງໝໍ ມີການວາງແຜນຄອບຄົວ.
ໃນໂອກາດດຽວກັນ ກໍ່ຍັງໄດ້ຮັບຮອງເອົາສະຫະພັນແມ່ຍິງຈໍານວນ 10 ບ້ານ ປະກາດເປັນບ້ານສະຫະພັນແມ່ຍິງ 3 ດີ ພ້ອມທັງສຳພັດມືເພື່ອບົ່ງບອກເຖິງຂໍ້ແຂ່ງຂັນ 3 ດີ, ຄວາມສາມະຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ. ນອກນັ້ນທ່ານ ນາງ ຈັນທະບຸນ ໂພສະລາດ ໄດ້ຕາງໜ້າການນຳຂັ້ນແຂວງ, ຂັ້ນເມືອງກໍ່ໄດ້ໃຫ້ກຽດຂື້ນມອບໃບຢັ້ງຢືນສະຫະພັນແມ່ຍິງ 10 ບ້ານຍາດມາໄດ້.
Editor: ນັກຂ່າວເມືອງລະຄອນເພັງ