ໃນວັນທີ 6 ກຸມພາ ທີ່ຜ່ານມາ ຢູ່ທີ່ສະໂມສອນເມືອງ ລະຄອນເພັງ ໄດ້ມີພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 69 ປີ ແລະ ວັນສໍາຄັນປະຫວັດສາດ ໂດຍເປັນກຽດປາຖະກະຖາຂອງທ່ານ ພັນຕີ ບຸນທະວີ ພິມມະສານ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ທ່ານ ພັນຕີ ວົງລັດຕະນະ ແສງຈັນ ຄະນະປະຈໍາພັກເມືອງຫົວໜ້າການເມືອງກອງບັນຊາການທະຫານເມືອງລະຄອນເພັງ, ມີບັນດາກໍາມະການພັກເມືອງ, ຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ກອງຮ້ອຍ ກອງຫຼອນ ແລະ ນັກຮຽນຮູ້ປັນຍາຊົນ ເຂົ້າຮ່ວມ.
ທ່ານ ພັນຕີ ວົງລັດຕະນະ ແສງຈັນ ຄະນະປະຈໍາ ພັກເມືອງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ໄດ້ຍົກໃຫ້ເຫັນປະຫວັດການກໍາເນີດເຕີບໃຫຍ່ຂະຫຍາຍຕົວ, ຜົນງານໄຊຊະນະ, ທາດແທ້ ມູນເຊື້ອ ແລະ ການເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນລາວ ໂດຍໄດ້ຍົກໃຫ້ເຫັນສະພາບການຕົກເປັນຫົວເມືອງຂຶ້ນຂອງສັກດີນາ ແລະ ຈັກກະພັດຕ່າງດ້າວ ເຮັດໃຫ້ເກີດມີຂະບວນການຕໍ່ສູ້ ເພື່ອປົດແອກຄອບຄອງຂອງສັກດີນາ ແລະ ຈັກກະພັດຢ່າງເນື່ອງນິດລຽນຕິດ. ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນຕາແສງລາວຮຸ່ງ, ເມືອງຊຽງຄໍ້, ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ບັນຊາໂດຍກົງ, ເບື້ອງຕົ້ນເອີ້ນວ່າ ກອງລາດຊະວົງ. ການກໍາເນີດຂອງກອງທັບລາວອິດສະຫຼະ ເປັນຂີດໝາຍສໍາຄັນແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປະກອບອາວຸດປະຕິວັດຂອງລາວ ພາຍໃຕ້ການນໍາພາຂອງພັກ.
ໃນໂອກາດດັ່ງກ່ວນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ການປາຖະກະຖາວັນສ້າງຕັ້ງອົງການໄອຍະການປະຊາຊົນ ວັນທີ 9 ມັງກອນ ຄົບຮອບ 28 ປີ, ວັນສ້າງຕັ້ງພັກກອມມູນິດຫວຽດນາມ ວັນທີ 3 ກຸມພາ ຄົບຮອບ 88 ປີ, ວັນສາກົນຕ້ານການສໍ້ລາດບັງຫຼວງຄົບຮອບ 14 ປີ, ວັນສ້າງຕັ້ງສະຫາພັນກໍາມະບານລາວ ວັນທີ 1 ກຸມພາ ຄົບຮອບ 62 ປີ ແລະ ຮັບຟັງການເຜີຍແຜ່ລະບຽບການຄຸ້ມຄອງ ແລະ ນໍາໃຊ້ກາໝາຍ, ຫຼຽນກາ, ທຸງໄຊ, ຕາປະທັບ ແລະ ເຄື່ອງໝາຍຂອງສະຫະພັນກໍາມະບານລາວ ຕື່ມອີກ.
Editor: ນັກຂ່າວເມືອງລະຄອນເພັງ