ໃນຕົ້ນເດືອນ ກຸມພາ 2018 ນີ້ ຢູ່ທີ່ສະໂມສອນຂອງເມືອງອາດສະພັງທອງ ແຂວງ ສະຫັວນນະເຂດ ໄດ້ຈັດພິທີ ສະຫຼຸບວຽກງານແຜນການ-ການລົງທຶນ ແລະ ການເງິນ ໃນໄລຍະຜ່ານມາປີ 2017 ແລະ ວາງທິດທາງແຜນການໃນປີຕໍ່ໜ້າ. ໂດຍການເປັນປະທານຂອງທ່ານ ລໍາທອງ ຂອບສີລາວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາດສະພັງທອງ, ມີຄະນະພະແນກການເງິນ ແຂວງ ສະຫວັນນະເຂດ, ຄະນະພະແນກແຜນການ-ການລົງທຶນແຂວງ ສະຫວັນນະເຂດ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ການເງິນຫ້ອງການຕະຫຼອດຮອດນາຍບ້ານ ແລະ ການເງິນ ພາຍໃນບ້ານເຂົ້າຮ່ວມ.
ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2017 ພາຍໃນເມືອງອາດສະພັງທອງ ແມ່ນໂດຍລວມແລ້ວອັດຕາການຂະຫຍາຍໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 593 ຕື້ກວ່າກີບ, ດ້ວຍອັດຕາການຂະຫຍາຍໂຕ 8,60%. ສະເລ່ຍໃສ່ຫົວຄົນໄດ້ 12 ລ້ານກວ່າກີບ/ຄົນ ຫຼື ເທົ່າກັບ 1.567 ໂດລາສະຫະລັດ, ມູນຄ່າສົ່ງອອກສິນຄ້າ 4,832 ຕື້ກີບ ແມ່ນສາມາດລື່ນແຜນການຂອງປີ 7,37% (ແຜນການ 4,5 ຕື້ກີບ) ແລະ ນໍາເຂົ້າສິນຄ້າໄດ້ 4,3 ຕື້ກີບ, ໃນການຈັດເກັບລາຍຮັບເຂົ້າງົບປະມານໄດ້ 2 ຕື້ກວ່າກີບ ທຽບໃສ່ແຜນການປີໄດ້ 69,92% ຂອງແຜນການປີ 3 ຕື້ກວ່າກີບ.
ສ່ວນທິດທາງແຜນການປີ 2018 ແມ່ນເປັນການສຶບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ, ມະຕິ VII ຂອງອົງຄະນະພັກເມືອງ ແລະ ກໍ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2014-2019) ຂອງເມືອງ ພ້ອມທັງສຶບຕໍ່ບຸກທະລຸ 4 ດ້ານ ແລະ ແຜນຜັນຂະຫຍາຍ 7 ແຜນງານ 158 ໂຄງການ, ທັງເປັນແຜນພັດທະນາເສດຖະກິດ ໃຫ້ສຶບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຕາມທິດຍືນຍົງ ແລະ ສີຂຽວ, ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ຫັນການພັດທະນາຊົນນະບົດ ແລະ ແກ້ໄຂ້ຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງ ຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ແລະ ສ້າງພື້ນຖານອັນໜັກແໜ້ນ ນໍາພາເມືອງອາດສະພັງທອງ ໃຫ້ຫຼຸດພົ້ນສະພາບດ້ອຍພັດທະນາຢ່າງຊິ້ນເຊິ້ງ ໃນປີ 2020 ທີ່ຈະມາເຖິງນີ້.
Editor: ຕະວັນ ແສງສະຫວັນ