ຖືວ່າສຳເລັດກັນໄປ ສຳລັບ ການຖະແຫລງຂ່າວກະກຽມເປີດງານວາງສະແດງສິນຄ້າເຟີນິເຈີວຽງຈັນ ຄັ້ງທີ 3 ປະຈໍາປີ 2018 ຊຶ່ງຈະໄດ້ຈັດຂື້ນໃນລະຫວ່າງ ວັນທີ 24 ມີນາ ຫາ ວັນທີ 1 ເມສາ 2018 ທີ່ຈະມີເຖິງນີ້ ທີ່ສູນການຄ້າລາວ-ໄອເຕັກ ໂດຍການຖະແຫລງຂ່າວຮ່ວມກັນຂອງ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ, ພະແນກຖະແຫລງຂ່າວວັດທະນາທໍາ ແລະ ທ່ອງທ່ຽວ, ນະຄອນຫລວງວຽງຈັນ, ພະແນກກະສິກໍາ-ປ່າໄມ້ ນະຄອນຫລວງວຽງຈັນ, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ, ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫລວງວຽງ, ສະມາຄົມເຟີນິເຈີລາວ ແລະ ບໍລິສັດ ລາວເວີນ ມະຫາຊົນ ພ້ອມດ້ວຍສືມ່ວນຊົນທຸກພາກສ່ວນເຂົ້າຮ່ວມ.
ທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນິເຈີລາວ, ລາຍງານວ່າ: ເພື່ອປະຕິບັດຕາມທິດທາງນະໂຍບາຍ ການສົ່ງເສີມການຜະລິດເຄື່ອງເຟີນິເຈີລາວ ທັງເປັນການເຜີຍແຜ່ໃຫ້ສັງຄົມພາຍໃນປະເທດ ແລະ ຊາວຕ່າງຊາດ ໄດ້ຮັບຮູ້ເຖິງຄວາມສວຍງາມຂອງສິນຄ້າເຟີນິເຈີຂອງລາວ ທັງເປັນການໃຫ້ຜູ້ຜະລິດໄດ້ມີໂອກາດຫາຕະຫລາດຈຳຫນ່າຍສິນຄ້າ ພ້ອມທັງ ກ້າວເຂົ້າສູ່ການສ້າງຕາຫນ່າງວາງສະແດງຂາຍສິນຄ້າກັບພາກພື້ນ ແລະ ສາກົນໃນອານາຄົດ. ແຕ່ໃນຈຸດປະສົງຫລັກໆ ກໍ່ເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງຂັ້ນເທິງ ຕາມແຈ້ງການ ເລກທີ 15/ນຍ ພ້ອມທັງຕ້ອນຮັບປີທ່ອງທ່ຽວລາວປີ 2018. ທັງເປັນການອະນຸລັກຮັກສາປ່າໄມ້, ນໍາໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດ ແລະ ມີໄມ້ໄວໃຊ້ຢ່າງຢືນຍົງ ໂດຍຜ່ານການປຸງແຕ່ງຜະລິດຕະພັນສຳເລັດຮູບ ໃຫ້ມີຄວາມຫລາກຫລາຍ ຕາມທີ່ສັງຄົມຕ້ອງການ ແລະ ນິຍົມຢູ່ປະຈຸບັນ ທັງເປັນການເຮັດໃຫ້ສາມາດສົ່ງອອກໄປຕ່າງປະເທດໄດ້, ລວມໄປເຖິງການສ້າງວຽກເຮັດງານທຳໃຫ້ນາຍຊ່າງ-ອ້າຍນ້ອງກຳມະກອນລາວ, ຕ້ານໄພວາງງານ ເຮັດໃຫ້ປະຊາຊົນລາວບັນດາເຜົ່າຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ
ປະເພດສິນຄ້າ ທີ່ຈະນໍາມາວາງສະແດງຄັ້ງນີ້ ປະກອບມີ: ຜະລິດຕະພັນເຄື່ອງເຟີນີເຈີ້ ທີ່ຜະລິດດ້ວຍໄມ້, ຫວາຍ, ໄມ້ປ່ອງ, ວັດສະດຸເສດເຫລືອ, ຜະລິດຕະພັນຫັດຖະກໍາແກະສະຫລັກ, ອຸປະກອນຮັບໃຊ້, ເຄື່ອງມື ແລະ ເຄື່ອງຈັກຕ່າງໆ ທີ່ກ່ຽວກັບການຜະລິດເຄື່ອງເຟີນີເຈີ້ໄມ້. ໃນງານຍັງມີຫລາຍກິດຈະກໍາ ເປັນຕົ້ນ ການສະແດງສິນລະປະວັນນະຄະດີ ໃນແຕ່ລະຄໍ່າຄືນ, ການສາທິດການ ແກະສະຫລັກໄມ້ ແລະອື່ນໆ
Editor: ຕະວັນ ແສງສະຫວັນ