ເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດພິທີປະສາດສ້າງບ້ານພັດທະນາ 14 ບ້ານຂອງເມືອງເຊໂປນ ຂື້ນຢ່າງເປັນທາງການໂດຍການເປັນປະທານຂອງ ທ່ານ ວົງໄຊ ໄຊຍະຈັກ ວ່າການເລຂາພັກເມືອງ, ເຈົ້າເມືອງເຊໂປນ, ມີບັນດາທ່ານໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ,ເລຂາຄະນະໜ່ວຍພັກ, ຫົວໜ້າຈຸດສຸມ, ກຸ່ມບ້ານ, ຫົວໜ້າຄະນະຫ້ອງການ,ປກສ-ປກຊເຂົ້າຮ່ວມ.ທ່ານ ເກດສະຫວັນ ຜັນແກ້ວບຸນຍັງ ຮອງຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງ ກໍ່ໄດ້ຂີື້ນຜ່ານບົດສະຫຼຸບຕີລາຄາການສ້າງບ້ານພັດທະນາ ປະຈຳປີ 2017 ແລະ ວາງທິດທາງແຜນ ການປີ 2018ໂດຍອີງໃສ່ມະຕິຕົກລົງຂອງກົມການເມືອງສູນກາງພັກ ເລກທີ03/ກມສພ ລົງວັນທີ 15 ທັນວາ 2011ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ,ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ເອກະສານເລກທີ25/ກມສພ, 34/ນຍ, 038/ຄປພມຊປ ແລະ 064/ຈມຊປ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ, ກອງເລຂາ, ຈຸດສຸມຂອແຂວງ, ເມືອງ,ຄະນະຊີ້ນຳກຸ່ມບ້ານ ແລະ ບ້ານໃຫຍ່, ແຜນການສູ້ຊົນຈັດຕັ້ງປະຕິບັດວຽກງານການສ້າງບ້ານພັດທະນາຕາມແຜນປີ 2017 ມີ 14 ໂດຍອີງໃສ່ 19 ມາດຖານ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດມີ 1 ບ້ານ, ແຜນ 2018 ປະກາດສ້າງຕື່ມອີກ 14 ບ້ານລວມ 28 ບ້ານ,ສືບຕໍ່ລົງຊຸກຍູ້, ຕິດຕາມກວດກາ, ແຕ່ລະຂະແໜງການລົງເຜີຍແຜ່ຊື່ອມຊຶມໃນ 3 ຂັ້ນຕອນ 5ບາດກ້າວ ໃຫ້ຄົບໃນ 19 ມາດຖານ, ໃນພິທີບັນດາຄະນະຊີ້ນຳ, ຜູ້ນຳພາແລະນາຍບ້ານທີ່ໄດ້ສ້າງ ໃໝ່ 14 ບ້ານອອກຈັບມືແຂ່ງຂັນພ້ອມມອບໃບຢັ້ງຢືນປ້ອງກັນຊາດເຂັ້ມແຂງ 17 ບ້ານ ຂອງກອງບັນຊາການທະຫານແຂວງ ໂດຍການເປັນກຽດມອບ ທ່ານ ວົງໄຊ ໄຊຍະຈັກ ຕາງໜ້າ 17 ບ້ານຂື້ນຮັບ, ຊ້ອງໜ້າແຂກເຂົ້າຮ່ວມເປັນສັກຂີພິຍານນຳດ້ວຍ. ສຸດທ້າຍ ທ່ານ ວົງໄຊ ໄຊຍະຈັກ ໄດ້ມີຄຳເຫັນ ແລະ ໃຫ້ທິດເຍືອງທາງຊື່ງທ່ານໄດ້ເນັ້ນໃສ່ວຽກງານ 4ດ້ານ ຄື: ຕ້ອງມີລະບົບການເມືອງ-ການປົກຄອງ ປະຊາທິປະໄຕ ປະຊາຊົນ ທີ່ເຂັ້ມແຂງ, ຕ້ອງໄດ້ສົ່ງເສີມການຜະລິດ ແລະ ການບໍລິການເປັນວຽກງານໃຈກາງຂອງການສ້າງບ້ານພັດທະນາ ແລະ ຕິດພັນກັບການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຕ້ອງໄດ້ພັດທະນາຂົງເຂດດ້ານວັດທະນະທຳ-ສັງຄົມ, ຕ້ອງໄດ້ຮັບປະກັນວຽກງານປ້ອງກັນຊາດ-
ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ສະກັດກັ້ນກຸ່ມຄົນບໍ່ດີທີ່ຫວັງສ້າງຄວາມຂັດແຍງ ແລະ ທ່ານຍັງຮຽກຮ້ອງໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງລົງໄປໃນຮາກຖານ ຈໍານວນ 28 ບ້ານ ຕ້ອງພ້ອມກັນຈັດຕັ້ງປະຕິບັດສຸມທຸກສະຕິປັນຍາໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້100 ສ່ວນຮ້ອຍ.
Editor: ກຳປານາດ ລັດຖະເຮົ້າ