ພິທີມອບ-ຮັບ ໂຄງການກໍ່ສ້າງສຸກສາລາໃຫ້ ບ້ານດອນຊາ ເມືອງທ່າແຕງ, ແຂວງເຊກອງ ໄດ້ຈັດຂື້ນໃນທ້າຍເດືອນ ກຸມພາ 2018 ຜ່ານມານີ້ ຢູ່ທີ່ບ້ານດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມກ່າວມອບຂອງ ທ່ານນາງ ລີນາ ບິດເຕີ ເອກອັກຄະລັດຖະຖູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ແລະ ກ່າວຮັບແມ່ນ ທ່ານ ສີດາ ສຸວັນນະສາຍ ຄະນະປະຈໍາພັກແຂວງ-ຮອງເຈົ້າແຂວງ ເຊກອງ, ມີທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ-ຮອງເຈົ້າເມືອງ ທ່າແຕງ ພ້ອມດ້ວຍຄະນະ,ພະແນກການກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ-ເມືອງ, ພະນັກງານແພດໝໍ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ທ່ານ ສັນຕິພາບ ກິຖາວອນ ປະທານບໍລິສັດ ຜູ້ຮັບເໝົາກໍ່ສ້າງສຸສາລາ ກ່າວຊີ້ແຈງວ່າ: ໃນເບື້ອງຕົ້ນແມ່ນໄດ້ຮັບສັນຍາອອກແບບ ໃນທ້າຍເດືອນ ຕຸລາ 2016 ແລະ ກໍ່ໄດ້ເລີ່ມຂະບວນການອອກແບບຕັ້ງແຕ່ນັ້ນມາ ເຊິ່ງເລີ່ມຈາກການເກັບກູ້ລະເບີດໃນສະຖານທີ່ກໍ່ສ້າງ ເຊິ່ງແມ່ນໜ່ວຍງານກ່ຽວຂ້ອງຂັ້ນ ແຂວງເຊກອງເປັນຜູ້ຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ສະຖານທີ່ກໍ່ສ້າງມີຄວາມປອດໄພ, ຈາກນັ້ນ ໄດ້ລົງສໍາລວດພື້ນທີ່ ແລະ ເລີ່ມລົງມືກໍ່ສ້າງແຕ່ຕົ້ນເດືອນ ມີນາ 2017 ເປັນຕົ້ນມາ ແລະ ໄດ້ສໍາເລັດໃນທ້າຍເດືອນ ມັງກອນ 2018 ນີ້, ເຊິ່ງມາຮອດປັດຈຸບັນແມ່ນໄດ້ສຳເລັດ 100% ແລະ ຖືກຕ້ອງຕາມການອອກແບບ, ຄິດໄລ່ ແລະ ມາດຕະຖານເຕັກນິກທຸກຢ່າງ ລວມມູນຄ່າກໍ່ສ້າງທັງ ໝົດ 3 ຕື້ 668 ລ້ານກວ່າກີບ ສ່ວນແຫຼ່ງທຶນແມ່ນໄດ້ຈາກງົບປະມານຂອງປະຊາຊົນ ສະຫະລັດ ອາເມລິກາ ແລະ ແມ່ນໜຶ່ງໃນໂຄງການຊ່ວຍເຫຼືອດ້ານມະນຸດສະທໍາຂອງ ລັດຖະບານ ສະຫະລັດອາເມລິກາ ປະຈໍາສົກປີ 2016-2017 ເຊິ່ງພາຍໃຕ້ການຄຸ້ມຄອງບໍລິຫານໂຄງການໂດຍ ກອງທັບສະຫະລັດອາເມລິກາ ປະຈຳອາເມລິກາ, ເຊິ່ງເປັນອາຄານຊັ້ນດຽວ, ມີຂະໜາດ 12 x 20 ແມັດ, ມີ 5 ຫ້ອງເຮັດວຽກ, ປະກອບດ້ວຍອຸປະກອນການແພດເຊັ່ນ:ຕຽງນອນຄົນເຈັບ, ຕຽງປິ່ນປົວ, ຕຽງປະສູດ, ຕູ້ເຢັນເກັບເລືອດ ແລະ ອຸປະກອນອື່ນໆ,ນອກນີ້ ຍັງມີຫໍພັກຂອງພະນັກງານ
ແພດໝໍໜຶ່ງຫຼັງ ແລະ ສຸກສາລາທີ່ພັກຜ່ອນຂອງຄົນເຈັບ ພ້ອມຫ້ອງນໍ້າ ຢູ່ພາຍໃນແຕ່ລະຫ້ອງ.
ພ້ອມນີ້ ໃນພິທີກໍ່ໄດ້ຕັດແທບຜ້າ ແລະ ຮ່ວມກັນເຊັນບົດບັນທຶກ ການພົວພັນຮ່ວມມື ໂດຍ ທ່ານນາງ ລີນາ ບິດເຕີ ເອກອັກຄະລັດຖະຖູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ແລະ ທ່ານ ສີດາ ສຸວັນນະສາຍ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ເຊກອງ, ຕອນທ້າຍພິທີ ທ່ານ ສີດາ ສຸວັນນະສາຍ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງເຊກອງ ໄດ້ສະແດງຍ້ອງຍໍຊົມເຊີຍ ມາຍັງເອກອັກຄະລັດຖະຖູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ພ້ອມພາກສ່ວນກ່ຽວຂ້ອງທີ່ໄດ້ນໍາເອົາທືນດັ່ງກ່າວມາສ້າງສາພັດທະນາສຸກສາລາແຫ່ງນີ້, ແລະ ພາກສ່ວນກ່ຽວຂ້ອງ ຈົ່ງເອົາໃຈໃສ່ປົກປັກຮັກສາ ແລະ ນໍາໃຊ້ໃຫ້ເກີດປະໂຫຍດຢ່າງສູງ
ຖວທ ເມືອງທ່າແຕງ
Editor: ກຳປານາດ ລັດຖະເຮົ້າ