ພິທີປະກາດຮັບຮອງ ເອົາເມືອງ ໂພນໂຮງ ເປັນເມືອງສະຫະພັນແມ່ຍິງ 3 ດີ ໄດ້ຈັດຂື້ນໃນທ້າຍເດືອນກຸມພາ 2018 ຜ່ານມາຢູ່ທີ່ ສະໂມສອນຂອງເມືອງດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິນັດ ສີສຸວົງ ຄະນະປະຈຳພັກແຂວງ ປະທານກວດກາພັກ ຫົວຫນ້າພະແນກກວດກາລັດ ມີ ທ່ານນາງ ຈັນທະບຸນ ໂພສະລາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງວຽງຈັນ, ມີ ທ່ານນາງ ອິ່ນຄຳ ພັນດາລາ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆ ໂພນໂຮງ, ມີບັນເຈົ້າເມືອງອ້ອມຂ້າງ, ປະທານ, ຮອງປະທານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ຂັ້ນເມືອງ, ມີບັນດາຕົວແທນສະຫະພັນແມ່ຍິງທົ່ວເມືອງເຂົ້າຮ່ວມ
ທ່ານນາງ ລຳເງິນ ພັນທະວົງ ປະທານສະຫະພັນແມ່ຍິງເມືອງໂພນໂຮງ ໄດ້ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີໃນໄລຍະຜ່ານມາວ່າ: ສະຫະພັນແມ່ຍິງເມືອງໂພນໂຮງເປັນອົງການຈັດຕັ້ງມະຫາຊົນໜື່ງຊື່ງເປັນເສນາທິການໃຫ້ແກ່ຄະນະພັກ, ອຳນາດການປົກຄອງເມືອງ ແລະ ສະຫະພັນແມ່ຍິງແຂວງ ໂດຍເຮັດຫນ້າທີ່ສຶກສາອົບຮົມການເມືອງແນວຄິດ ເຕົ້າໂຮມຄວາມສາມັກຄີແມ່ຍິງບັນດາເຜົ່າ, ບັນດາຊັ້ນຄົນໃນທົ່ວເມືອງ ເພື່ອປະຕິບັດແນວທາງນະໂຍບາຍຂອງພັກ ເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ; ສະຫະພັນແມ່ຍິງເມືອງໂພນໂຮງ ປະກອບມີສະມາຊິກສະຫະພັນແມ່ຍິງທັງໝົດ 7,984 ຄົນ ຜ່ານການຈັດຕັ້ງປະຕິບັດສາມາດຮັບຮອງແມ່ຍິງ 3 ດີ ໄດ້ 56 ບ້ານ ແລະ ສະຫະພັນແມ່ຍິງຫນ່ວຍ 3 ດີອ້ອມຂ້າງເມືອງ ໄດ້ 32 ໜ່ວຍ, ມີສະມາຊິກແມ່ຍິງ 3 ດີ ມີ 365 ຄົນ, ເປັນພົນລະເມືອງດີ 6,744 ຄົນ, ພັດທະນາດີ 6,814 ຄົນ, ສ້າງຄອບຄົວດີ 5,955 ຄົນ; ຕີລາຄາຈັດແບ່ງປະເພດສະມາຊິກບຸກຄົນ 3 ດີ ຄື: ປະເພດ1 ມີ 7,224 ຄົນ, ປະເພດ 2 ມີ ຈໍານວນ 357 ຄົນ. ບ້ານຕົວແບບໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບບ້ານ 3 ສ້າງ ມີ 6 ບ້ານ ແລະ ຕົວແບບສະຫະພັນແມ່ຍິງ 3 ດີ ຕິດກັບວຽກງານວິຊາສະເພາະ ມີ 25 ໜ່ວຍອ້ອມຂ້າງເມືອງ.
ເປັນກຽດຂື້ນມອບໃບຢັ້ງຢືນເມືອງສະຫະພັນແມ່ຍິງ 3 ດີ ໃນຄັ້ງນີ້ ໂດຍແມ່ນ ທ່ານນາງ ຈັນທະບູນ ໂພສະລາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງວຽງຈັນ ພ້ອມນັ້ນຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າເມືອງໆ ໂພນໂຮງ ໃຫ້ແກ່ບັນດາສະມາຊິກເອື້ອຍນ້ອງແມ່ຍິງຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານວິຊາສະເພາ ກໍຄືການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ໃນຕອນທ້າຍຂອງພິທີ ທ່ານ ວິນັດ ສີສຸວົງ ຄະນະປະຈຳພັກແຂວງ ພ້ອມ ທ່ານນາງ ອິ່ນຄຳ ພັນດາລາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂພນໂຮງ ພ້ອມດ້ວຍ ສະມາຊິກເອື້ອຍນ້ອງແມ່ຍິງ ແລະ ແຂກຖືກເຊີນຍັງໄດ້ຮ່ວມກັນລັ່ງຄ້ອງ 9 ບາດ, ພ້ອມທັງເປີດປ້າຍເພື່ອເປັນສິຣິມຸງຄຸນ
ທີມຂ່າວ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ