ພິທີປະກາດຮັບຮອງນາມມະຍຸດ 2 ບ້ານພັດທະນາ, 2 ຫ້ອງການພັດທະນາ, ແລະ 1 ສູນບໍລິການໄຟຟ້າພັດທະນາ ພ້ອມທັງປະກາດ 1 ບ້ານໃຫ່ຍກາຍເປັນຕົວເມືອງນ້ອຍ ໃນຊົນນະບົດຂອງເມືອງຊະນະສົມບູນ ແຂວງຈຳປາສັກ ຂື້ນຢ່າງເປັນທາງການ. ໃນວັນທີ 28 ກຸມພາ 2018 ຜ່ານມານີ້ ຢູ່ທີ່ຕະຫຼາດບ້ານໃໝ່ສິງສຳພັນ. ໂດຍພາຍໃຕ້ການເປັນປະທານໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນເອກ ບຸນມາກ ວິລະວົງ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງຈຳປາສັກ, ທ່ານ ສົມບູນ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຊະນະສົມບູນ ພ້ອມດ້ວຍແຂກທີ່ຖຶກເຊີນມີພຣະເຖລາ,ນຸເຖລະ,ບັນດາຫົວໜ້າພະແນກການອ້ອມຂ້າງແຂວງ,ຕ່າງເມືອງ ແລະ ຕ່າງແຂວງ ພ້ອມນີ້ຍັງມີອຳນາດການປົກຄອງອຳເພີໂຂງຈຽມ ຈັງຫວັດ ອຸບົນລາດຊະທານີ (ລາດຊະນາຈັກໄທ) ຕະຫຼອດຮອດພະນັກງານ,ການນຳຫຼັກແຫຼ່ງ,ວິຊາການ,ແຕ່ລະກົມກອງຫ້ອງການພາຍໃນເມືອງ,ຄະນະພັກ,ຮາກຖານ ອຳນາດການປົກຄອງບ້ານ ພໍ່ແມ່ປະຊາຊົນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ສົມບູນ ເຮືອງວົງສາ ເຈົ້າເມືອງໆຊະນະສົມບູນ ກ່າວວ່າ: ພາຍຫຼັງທີ່ມະຕິຄໍາສັ່ງແນະນໍາ ເລກທີ 03 / ກມສພ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ,ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮູ້ນຳພາຮ້ອບດ້ານ,ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ສ້າງບ້ານໃຫ່ຍໃຫ້ກາຍເປັນຕົວເມືອງນ້ອຍ ໃນຊົນນະບົດ ກໍ່ຄືປະຕິບັດຕາມດຳລັດເລກທີ 09/ນຍ ວ່າດ້ວຍມາດຕະຖານຄວາມທຸກຍາກ ແລະ ບ້ານພັດທະນາໃຫ້ເຂົ້າສູ່ລວງເລີກໄດ້ຮັບການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ຄຳສັງແນະນຳ ເລກທີ 11/ຈສ ວ່າດ້ວຍການສ້າງພະແນກການ, ກົມກອງ, ຫົວໜ່ວຍທຸລະກິດທັງພາກລັັັດ ແລະ ເອກະຊົນເປັນຫົວໜ່ວຍພັດທະນາ ເຊີງໃນໄລຍະຜ່ານມາເມືອງຊະນະສົມບູນປະກອບມີ 5 ກຸ່ມ 47 ບ້ານ. ໃນນັ້ນສາມາດເປີດເປັນບ້ານພັດທະນາໄດ້ແລ້ວ 38 ບ້ານ, 2 ກົມກອງພັດທະນາ, 8 ຫ້ອງການພັດທະນາ ແລະ ປະກາດບ້ານໃຫ່ຍກາຍເປັນຕົວເມືອງນ້ອຍໃນຊົນນະບົດ ໄດ້ 2 ບ້ານ. ດັ່ງນັ້ນເພື່ອສຶບຕໍ່ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ຕິດພັນກັບການປັບປຸງຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງພະນັກງານ - ລັດຖະກອນ, ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ດີຂື້ນ ທັງນີ້ກໍ່ເພື່ອເຮັດໃຫ້ບ້ານ ແລະ ຫ້ອງການໄດ້ຮັບການພັດທະນາຢ່າງຮອບດ້ານ. ເຊີ່ງຜ່ານການລົງຕິດຕາມຂອງຄະນະຮັບຜິດຊອບຊີ້ນຳ - ນໍາພາກວດກາປະເມີນຜົນ ໃນການສ້າງບ້ານ,ກຸ່ມບ້ານ,ກົມກອງ,ຫ້ອງການ ແລະ ຫົວໜ່ວຍທຸລະກິດທັງພາກລັັັດ ແລະ ເອກະຊົນທີ່ກ່ຽວຂ້ອງຂອງເມືອງ.ຈິ່ງສາມາດປະກາດຮັບຮອງນາມມະຍຸດຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ,ຫ້ອງການຍຸຕິທຳເມືອງເປັນຫ້ອງການພັດທະນາ,ນອກຈາກນີ້ຍັງມີສູນບໍລິການໄຟຟ້າບ້ານສະຜ່າຍເປັນຫົວໜ່ວຍບໍລິການພັດທະນາ ແລະ ບ້ານສຸລະ,ບ້ານແກ້ງກອກເປັນບ້ານພັດທະນາ, ພ້ອມທັງປະກາດບ້ານໃໝ່ສິງສໍາພັນກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຕາມ 19 ມາດຖານ 24 ໃບຢັ້ງຢືນຂອງບ້ານພັດທະນາ, 5 ມາດຖານ, 8 ໃບຢັ້ງຢືນຂອງຫ້ອງການ ແລະ ສູນບໍລິການພັດທະນາ, 12 ມາດຖານຂອງການສ້າງບ້ານໃຫ່ຍໃຫ້ກາຍເປັນຕົວເມືອງນ້ອຍ ໃນຊົນນະບົດ, ໂດຍເປັນກຽດມອບໃບຢັງຢືນຜົນສໍາເລັດຂອງ ທ່ານ ພັນເອກ ບຸນມາກ ວິລະວົງ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງຈຳປາສັກ.
ໂອກາດດຽວກັນນີ້ ທ່ານ ພັນເອກ ບຸນມາກ ວິລະວົງ ຫົວໜ້າກອງບັນຊາການທະຫານແຂວງຈຳປາສັກ ພ້ອມດ້ວຍແຂກເຊີນຍັງໃຫ້ກຽດເຂົ້າຮ່ວມພິທີລັ່ນຄ້ອງ 9 ບາດ,ເປີດປ້າຍ ແລະ ປ່ອຍໝາກປຸ້ງເປົ້າ ເພື່ອເປັນສິລິມຸງຄຸນປະກາດຮັບຮອງນາມມະຍຸດ 2 ບ້ານ, 2 ຫ້ອງການ, ແລະ 1 ສູນບໍລິການໄຟຟ້າພັດທະນາ ພ້ອມທັງປະກາດ 1 ບ້ານໃຫ່ຍກາຍເປັນຕົວເມືອງນ້ອຍໃນຊົນນະບົດຂອງເມືອງຊະນະສົມບູນ ແຂວງຈຳປາສັກຢ່າງສົມກຽດ.ສັງລວມແລ້ວມາຮອດປັດຈຸບັນເມືອງຊະນະສົມບູນມີບ້ານພັດທະນາທັງໝົດ 40 ບ້ານ, ກົມກອງພັດທະນາ 2 ກົມກອງ, ຫ້ອງການພັດທະນາ 10 ຫ້ອງການ,ສູນບໍລິການພັດທະນາມີ 1 ສູນ ແລະ ບ້ານໃຫ່ຍກາຍເປັນຕົວເມືອງນ້ອຍໄດ້ 3 ບ້ານ.
ທີມຂ່າວ ຖວທ ເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ