ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າທີ່ຜິດກົດຫມາຍ ທີ່ຍຶດມາໄດ້ ປະເພດຈັກສະຕິນ, ຢາສູບ, ເຫລົ້າ, ຫມາກກະໂພກ ແລະ ສິນຄ້າທີ່ຫມົດ ອາຍຸ ຈໍານວນຫນຶ່ງ. ລວມເປັນມູນຄ່າທັງຫມົດ 70 ກວ່າລ້ານກີບ.
ໃນນັ້ນ ຈັກສະຕີນ ຈໍານວນ 95 ເຄື່ອງ ມູນຄ່າ 26 ລ້ານກວ່າກີບ
ເຫລົ້າປອມ ຈໍານວນ 30 ແກັດ ແລະ 6 ແກ້ວ ,
ຫມາກກະໂພກ ຈໍານວນ 35 ກິໂລ ມູນຄ່າ 1 ລ້ານ 7 ແສນກວ່າກີບ
ສິນຄ້າຫມົດອາຍຸ ຈໍານວນ 927 ກວ່າກິໂລ ມູນຄ່າ 25 ລ້ານ 3 ແສນກວ່າກີບ
ຢາສູບຕ່າງປະເທດ ບໍ່ຕິດສະແຕມເສຍພາສີ-ອາກອນ ຈໍານວນ 142 ຕຸດ ມູນຄ່າ 17 ລ້ານກວ່າກີບ ເຊີ່ງຄິດໄລມູນຄ່າສິນຄ້າທີ່ຜິດກົດຫມາຍ ໃນຄັ້ງນີ້ ລວມທັງໝົດ 70 ລ້ານຍ 7 ແສນກວ່າກີບ. ພິທີທໍາລາຍໄດ້ຈັດຂື້ນທ້າຍເດືອນກຸມພາ 2018 ທີ່ຜ່ານມານີ້
Editor: ກຳປານາດ ລັດຖະເຮົ້າ